VOV WorldVOV World
ຮັບປະກັນສິດທິມະນຸດໃນການສ້າງລັດແຫ່ງອຳນາດກົດໝາຍ
28/07/2022 09:40
(VOVWORLD) -ຮັບປະກັນສິດທິມະນຸດ ແມ່ນຫນຶ່ງໃນບັນດາເນື້ອໃນສຳຄັນໃນການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ. ທັດສະນະນີ້ຍາມໃດກໍ່ໄດ້ຮັບການຊາບຊຶມ, ຖືເປັນສຳຄັນໃນວິວັດການກໍ່ສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມໃຫ້ສົມບູນແບບ.
ຮັບປະກັນສິດທິມະນຸດໃນການສ້າງລັດແຫ່ງອຳນາດກົດໝາຍ
ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມສຳມະນາວິທະຍາສາດ "ບັນຫາທິດສະດີ ແລະ ພຶດຕິກຳລັດແຫ່ງອຳນາດກົດໝາຍ" ເດືອນ 12/2021.(ພາບ:VOV)    ເຄົາລົບ, ປົກປ້ອງ, ຮັບປະກັນສິດທິມະນຸດ ແມ່ນແນວທາງສະເຫມີຕົ້ນສະເຫມີປາຍຂອງ ພັກກອມມູນິດ ຫວຽດນາມ. ນັບແຕ່ເມື່ອໄດ້ຮັບການສ້າງຕັ້ງຂຶ້ນ (1930), ພັກ ໄດ້ມີຄວາມເອົາໃຈໃສ່ເຖິງບັນຫາປົກປ້ອງສິດທິມະນຸດ, ຜ່ານຄຳຂວັນ ຕໍ່ສູ້ ເພື່ອໃຫ້ “ຫວຽດນາມມີເສລີພາບ”; “ຍິງ ຊາຍ ມີຄວາມສະເໝີພາບ”, ສິດໄດ້ຮ່ຳໄດ້ຮຽນ.. ໃນໂຄງການການເມືອງປະຕິວັດຫວຽດນາມ ທີ່ໄດ້ຮັບຮອງຢູ່ກອງປະຊຸມໃຫຍ່ຄັ້ງທີ II (1951), ພັກຢັ້ງຢືນຢ່າງຈະແຈ້ງເປົ້າໝາຍຮັບປະກັນໃຫ້ພົນລະເມືອງທຸກຄົນ ລ້ວນແຕ່ “ໄດ້ຊົມໃຊ້ສິດທິມະນຸດ, ສິດພົນລະເຮືອນ ແລະສິດຊັບສິນ ເຖິງວ່າພຽງແມ່ນລັກສະນະສັງເຂບ, ແຕ່ທັດສະນະ, ແນວທາງຂອງພັກໄລຍະນີ້ແມ່ນສົມກັບຄວາມຮັບຮູ້ທີ່ກ້າວຫນ້າກ່ຽວກັບສິດທິມະນຸດຂອງປະຊາຄົມສາກົນຢູ່ຈຸດເວລານັ້ນ. ຂອບເຂດກົດໝາຍກ່ຽວກັບສິດທິມະນຸດຢູ່ ຫວຽດນາມ ໄດ້ສ້າງໃຫ້ສົມບູນແບບຢ່າງຕໍ່ເນື່ອງ ແລະ ໄດ້ປັບປຸງມາແຕ່ປີ 1986, ໃນນັ້ນ ບັນດາຜົນງານມີລັກສະນະບາດລ້ຽວໂດຍສະແດງໃຫ້ເຫັນຢ່າງເປັນຈຸດສຸມຜ່ານລັດຖະທຳມະນູນປີ 1992  ໄດ້ຮັບການປັບປຸງເພີ່ມເຕີມເປັນສອງຄັ້ງນັ້ນແມ່ນ ເມື່ອປີ 2001 ແລະ ປີ 2013. ມາຮອດປະຈຸບັນ ຂອບເຂດກົດໝາຍກ່ຽວກັບສິດທິມະນຸດຂອງຫວຽດນາມ ແມ່ນຮອບດ້ານສົມຄວນ ແລະ ແທດເໝາະກັບບັນດາມາດຖານສາກົນໂດຍພື້ນຖານ. ຄວາມຈິງກໍ່ຊີ້ໃຫ້ເຫັນວ່າ ຫວຽດນາມ ບັນລຸໄດ້ບັນດາຜົນງານໃຫຍ່ໂດຍບໍ່ອາດປະຕິເສດໄດ້ໃນການຮັບປະກັນສິດທິມະນຸດ ພິເສດ ແມ່ນບັນດາສິດເສດຖະກິດ, ສັງຄົມ, ວັດທະນະທຳ, ໄດ້ຮັບການຕີລາຄາສູງຈາກສາກົນ. ອາດເຫັນໄດ້ວ່າ ບັນດາຄຸນຄ່າຫລັກຂອງລັດແຫ່ງອຳນາດກົດໝາຍກ່ຽວກັບອະທິປະໄຕປະຊາຊົນ, ກ່ຽວກັບແນວຄິດຖືເປັນສຳຄັນຄຸນຄ່າຍຸດຕິທຳ, ມະໂນທຳ, ສິດທິມະນຸດ ຊື່ງພັກກອມມູນິດ ຫວຽດນາມ ແລະ ປະທານໂຮ່ຈີມິນ ມຸ່ງໄປເຖິງ. ໃນສະພາບເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກກວ້າງຄືໃນປະຈຸບັນ, ເມື່ອຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການຍົກສູງຂຶ້ນ, ເລື່ອງ ຫວຽດນາມສືບຕໍ່ສ້າງກົດໝາຍ ແລະ ກົນໄກປະຕິບັດໃຫ້ສົມບູນແບບ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການກ່ຽວກັບການຮັບປະກັນສິດທິມະນຸດ ນັ້ນກໍ່ແມ່ນຫນຶ່ງໃນບັນດາການເຄື່ອນໄຫວສຳຄັນອັນດັບຫນຶ່ງເພື່ອໃຫ້ບັນລຸຄາດໝາຍກໍ່ສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາວິທະຍາສາດ “ບັນຫາທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຫວຽດນາມ” (ເດືອນທັນວາປີ 2021), ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເນັ້ນຫນັກວ່າ: “ແນວຄິດ, ຄຸນຄ່າລວມ ແລະ ຄວາມກ້າວຫນ້າຂອງ ລັດແຫ່ງອຳນາດກົດໝາຍ ນັ້ນແມ່ນລັດຕ້ອງຢູ່ພາຍໃຕ້ກົດໝາຍ ຖືກການຜູກມັດຈາກກົດໝາຍ. ທີສອງ ແນວຄິດກ່ຽວກັບອະທິປະໄຕປະຊາຊົນ ດ້ວຍລັກສະນະອັນຊອບທຳ, ລັກສະນະເໝາະສົມກັບກົດໝາຍຂອງລັດ, ທັງໝົດແມ່ນເພື່ອຮັບໃຊ້ປະຊາຊົນ. ທີສາມ ແມ່ນເຊີດຊູບັນດາຄຸນຄ່າຍຸຕິທຳ, ມະໂນທຳ, ສິດທິມະນຸດ ເພື່ອຫັນບັນດາແນວຄິດ, ແນວຄວາມຄິດ, ຄຸນຄ່າລວມ ຂອງ ລັດແຫ່ງອຳນາດກົດໝາຍ ໄດ້ຮັບຮູ້ເຂົ້າໃນພຶດຕິກຳຕົວຈິງການຈັດຕັ້ງ ແລະ ການເຄື່ອນໄຫວຂອງລັດ ແລະ ສັງຄົມ” ລັດແຫ່ງອຳນາດກົດໝາຍ
TAG
VOV/VOVworld/​ສິດ​ທິ​ມະ​ນຸດ/ຍຸກ​ສະ​ໄຫມ

More