VOV WorldVOV World
ຮັບປະກັນວຽກເຮັດງານທຳ ແລະ ສະຫວັດດີການສັງຄົມໃນວິວັດການຫັນປ່ຽນສີຂຽວ
14/12/2023 10:16
(VOVWORLD) -ຫວຽດນາມ ພວມມານະພະຍາຍາມປະຕິບັດການຫັນປ່ຽນສີຂຽວ, ພັດທະນາພະລັງງານທົດແທນເທື່ອລະກ້າວ... ວິວັດການນີ້ຈະສົ່ງຜົນກະທົບເຖິງບັນດາກຸ່ມຄົນທຸກຍາກ, ມີລາຍຮັບຕ່ຳ ເພາະວ່າ ເຂົາເຈົ້າຍາກທີ່ຈະໄປທັນກັບການຫັນປ່ຽນດ້ານພະລັງງານ. ນີ້ແມ່ນໜຶ່ງໃນບັນດາບັນຫາທີ່ລັດຖະບານ ຫວຽດນາມ ສົນໃຈເມື່ອຜັນຂະຫຍາຍຖະແຫຼງການການເມືອງກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານແບບຍຸດຕິທຳ (JETP, ເດືອນທັນວາ 2022). ການປະຕິບັດວຽກງານນີ້ເປັນຢ່າງດີກໍແມ່ນການຮັບປະກັນສິດທິມະນຸດໃນສະພາບການໃໝ່.
ຮັບປະກັນວຽກເຮັດງານທຳ ແລະ ສະຫວັດດີການສັງຄົມໃນວິວັດການຫັນປ່ຽນສີຂຽວ
ກອງປະຊຸມສຳມະນາ "ຊຸກຍູ້ວຽກເຮັດງານທຳ ແລະ ສະຫວັດດີການສັງຄົມ ມຸ່ງໄປເຖິງການຫັນປ່ຽນແບບຍຸຕິທຳ.ພາບ: qdnd.vn ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດທຳອິດ (ຖັດຈາກ ອາຟຼິກາໃຕ້ ແລະ ອິນໂດເນເຊຍ) ທີ່ເຂົ້າຮ່ວມຖະແຫຼງການການເມືອງກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືການຫັນປ່ຽນພະລັງງານແບບຍຸດຕິທຳ (JETP, ເດືອນທັນວາ 2022) ກັບບັນດາປະເທດ ແລະ ອົງການການເງິນແຖວໜ້າ. ວັນທີ 1 ທັນວານີ້, ທີ່ກອງປະຊຸມຄັ້ງທີ 28 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28) ຊື່ງໄດ້ຈັດຂຶ້ນຢູ່ Dubai (UAE), ບັນດາຄູ່ຮ່ວມມືໄດ້ໃຫ້ຄຳໝັ້ນສັນຍາລະດົມແຫຼ່ງກຳລັງໃນເບື້ອງຕົ້ນແມ່ນ 15,5 ຕື້ USD ເພື່ອໜູນຊ່ວຍການຫັນປ່ຽນສີຂຽວຂອງຫວຽດນາມ
TAG
VOV/VOVworld/ຮັບປະກັນຊີວິດສັງຄົມ/ຖະ​ແຫຼ​ງການ​ການ​ເມືອງ