BRICS ຢັ້ງຢືນການສົ່ງຜົນສະທ້ອນໃນໂລກຫຼາຍຂົ້ວໃໝ່
09/07/2015 06:04
ຢູ່ນະຄອນ Ufa, ແຫ່ງສະຫະພັນລັດເຊຍ ພວມດຳເນີນກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນອັນດັບໜຶ່ງໃນໂລກ (BRICS) ແລະ ວາລະປະຊຸມສະພາປະມຸກລັດບັນດາປະເທດທີ່ຂຶ້ນກັບອົງການຮ່ວມມືຊຽງໄຮ (SCO)

ຢູ່ນະຄອນ Ufa, ແຫ່ງສະຫະພັນລັດເຊຍ ພວມດຳເນີນກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນອັນດັບໜຶ່ງໃນໂລກ (BRICS) ແລະ ວາລະປະຊຸມສະພາປະມຸກລັດບັນດາປະເທດທີ່ຂຶ້ນກັບອົງການຮ່ວມມືຊຽງໄຮ (SCO). ນີ້ແມ່ນ 2 ເຫດການໃຫຍ່ຂອງ 2 ກຸ່ມເສດຖະກິດຊຶ່ງໃນປະຈຸບັນ, ລັດເຊຍພວມສວມບົດບາດເປັນປະທານ. ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງລັດເຊຍ ແລະ ຝ່າຍຕາເວັນຕົກຍັງບໍ່ທັນຫຼຸດຜ່ອນລົງ, ກອງປະຊຸມສຸດຍອດຄັ້ງນີ້ແມ່ນໂອກາດເພື່ອໃຫ້ລັດເຊຍຊອກຫາການໜູນຊ່ວຍຂອງບັນດາສະມາຊິກ ແນໃສ່ແກ້ໄຂບັນຫາຢູແກຼນ, ພ້ອມທັງຊຸກຍູ້ບົດບາດນຳພາໃນກຸ່ມ ຊຶ່ງພວມຮັບການຕີລາຄາວ່າ ສາມາດກາຍເປັນກຳລັງສ້າງຄວາມດຸ່ນດຽງໃນໂລກ. ຜູ້ຕາງໜ້າຂັ້ນສູງບັນດາປະເທດສະມາຊິກ BRICS ການນຳກວ່າ 20 ທ່ານຂອງບັນດາປະເທດສະມາຊິກ BRICS, ອົງການຮ່ວມມືຊຽງໄຮ ແລະ ປະມຸກລັດຈາກປະຊາຄົມບັນດາປະເທດເອກະລາດ SNG ໄດ້ເຂົ້າຮ່ວມກອງປະຊຸມ. ບັນດາການພົບປະ 2 ຝ່າຍ ແລະ ຫຼາຍຝ່າຍໃນຂອບເຂດກອງປະຊຸມ ໄດ້ເລັ່ງໃສ່ການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການເມືອງ, ສ້າງກົນໄກພັດທະນາຮອບດ້ານ, ດ້ວຍໜຶ່ງໃນບັນດາບຸລິມະສິດ ແມ່ນສ້າງແຫຼ່ງສະສົມເງິນຕາຕ່າງປະເທດ, ແນໃສ່ຫຼີກລ້ຽງຄວາມເສຍຫາຍໃຫ້ແກ່ ບັນດາປະເທດສະມາຊິກຕໍ່ໜ້າຜົນກະທົບຈາກພາຍນອກ. ກຸ່ມບັນດາພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນ BRICS ຊຶ່ງລວມມີ ບຣາຊິວ , ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້, ໄດ້ຮັບການສ້າງຕັ້ງເມື່ອປີ 2006 ຕາມຂໍ້ລິເລີ່ມຂອງລັດເຊຍ ແລະ ໄດ້ກາຍເປັນກຸ່ມທີ່ມີຜົນສະທ້ອນຢ່າງໃຫຍ່ຫຼວງຕໍ່ນະໂຍບາຍ ແລະ ເສດຖະກິດໂລກ.
TAG
vovworld/ປະເທດ/ສະມາຊິກ
Related
More








