ດັບປັບນະໂຍບາຍກະຕຸ້ນເສດຖະກິດພັດທະນາ
22/10/2014 11:23
ປະຈຸບັນ, ເສດຖະກິດຫວຽດນາມພວມຟື້ນຕົວຄືນຢ່າງເຫັນໄດ້ຊັດ ແລະ ຮອບດ້ານພໍສົມຄວນ. ແຕ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍອັນໃຫຍ່ຫຼວງພວມຢູ່ທາງໜ້າ.

ປະຈຸບັນ, ເສດຖະກິດຫວຽດນາມພວມຟື້ນຕົວຄືນຢ່າງເຫັນໄດ້ຊັດ ແລະ ຮອບດ້ານພໍສົມຄວນ. ແຕ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍອັນໃຫຍ່ຫຼວງພວມຢູ່ທາງໜ້າ. ສ້າງໂຄງປະກອບເສດຖະກິດຄືນໃໝ່ໄວກວ່າ, ສຸມທຸກເງື່ອນໄຂເພື່ອໜູນຊ່ວຍຟື້ນຟູວິສາຫະກິດ, ພັດທະນາການຜະລິດ; ໂຍະຍານອັດຕາເງິນເຟີ້ຢູ່ໃນລະດັບທີ່ເໝາະສົມກວ່າເພື່ອກະຕຸ້ນຄວາມຕ້ອງການດ້ານເສດຖະກິດ….ນັ້ນແມ່ນບັນດາມາດຕະການແກ້ໄຂຊຶ່ງບັນດາ ສ.ສ.ຊ ສະເໜີຄວນເລັ່ງໃສ່ປະຕິບັດໃນປີ 2015 ເພື່ອສ້າງທ່າພັດທະນາທີ່ດີກວ່າໃຫ້ແກ່ພື້ນຖານເສດຖະກິດໃນໄລຍະທີ່ຈະມາເຖິງ. ຕາມບົດລາຍງານຂອງລັດຖະບານ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ເສດຖະກິດມະຫາພາກເປັນປົກກະຕິກວ່າ. ລະດັບເພີ່ມລາຄາໃຊ້ສອຍໄດ້ຫຼຸດລົງແຮງ, ໃນ 9ເດືອນຕົ້ນປີເພີ່ມຂຶ້ນ 2,25%, ຊຶ່ງແມ່ນລະດັບຕ່ຳສຸດໃນໄລຍະ 10 ປີຜ່ານມາ; ຄາດວ່າ ທັງປີເພີ່ມຂຶ້ນຕ່ຳກວ່າ 5%. ການເຕີບໂຕດ້ານສິນເຊື່ອ ໄລ່ຮອດທ້າຍເດືອນ 9 ບັນລຸ 7,26%, ຄາດວ່າທັງປີເພີ່ມຂຶ້ນແຕ່ 12-14% ຕາມແຜນການ. ອັດຕາແລກປ່ຽນເງິນຕາລະຫວ່າງສະກຸນເງິນດົງກັບເງິນຕ່າງປະເທດເປັນປົກກະຕິ, ການສະສົມເງິນຕາຕ່າງປະເທດເພີ່ມຂຶ້ນ, ບັນລຸລະດັບສູງສຸດນັບແຕ່ກ່ອນເປັນຕົ້ນມາ. ໃນ 14 ຄາດໝາຍຂອງແຜນການປີ 2014, ຄາດຄະເນວ່າ ຈະບັນລຸ 13 ຄາດໝາຍ.
TAG
vov/vovworld/ກະຕຸ້ນ/ເສດຖະກິດ
Related








