VOV WorldVOV World
ຮອດຈຸດເວລາເໝາະສົມເພື່ອປະຕິບັດການປະຕິວັດສ້າງກົງຈັກການຈັດຕັ້ງໃຫ້ກະທັດລັດ
28/11/2024 07:56
(VOVWORLD) - ບັນຫາປ່ຽນແປງໃຫມ່, ສັບຊ້ອນກົງຈັກການຈັດຕັ້ງ ຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວມີປະສິດທິພາບ, ປະສິດທິຜົນ ແມ່ນຫນ້າທີ່ສຳຄັນພິເສດຂອງ ພັກ,ລັດ. ການສະຫລຸບຂອງກອງປະຊຸມສູນກາງພັກຊຸດທີ XIII ໃນວັນທີ 25 ພະຈິກ ຜ່ານມາ ແລະບັນດາບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ໂຕເລີມ ໃນໄລຍະມໍ່ໆມານີ້ ໄດ້ກຳນົດຢ່າງຈະແຈ້ງວ່າ ນີ້ແມ່ນການປະຕິວັດ, ຕ້ອງເປັນເອກະພາບຢ່າງສູງກ່ຽວກັບຄວາມຮັບຮູ້ ແລະການກະທຳຂອງທົ່ວພັກ ແລະທົ່ວລະບົບການເມືອງ.
ຮອດຈຸດເວລາເໝາະສົມເພື່ອປະຕິບັດການປະຕິວັດສ້າງກົງຈັກການຈັດຕັ້ງໃຫ້ກະທັດລັດ
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມສູນກາງພັກຊຸດທີ XIII ໃນວັນທີ 25 ພະຈິກ. (ພາບ:VOV) ໃນໄລຍະເກືອບ  20ປີຜ່ານມາ,  ການສັບຊ້ອນ, ສ້າງກົງຈັກໃຫ້ກະທັດລັດ ແລະວຽກງານປັບປຸງການຈັດຕັ້ງພະນັກງານ ຢູ່ ຫວຽດນາມ ບັນລຸໄດ້ຫລາຍໝາກຜົນທີ່ແນ່ນອນ ເປັນຕົ້ນແຕ່ປີ 2017 ເມື່ອມີ ມະຕິເລກmທີ 18 ຂອງສູນກາງພັກຄັ້ງທີ 6 ຊຸດທີ XII ກ່ຽວກັບບາງບັນຫາສືບຕໍ່ປ່ຽນແປງໃຫມ່, ສັບຊ້ອນ ກົງຈັກການຈັດຕັ້ງ ຂອງລະບົບການເມືອງໃຫ້ກະທັດລັດ, ມີປະສິດທິພາບ, ປະສິດທິຜົນ.
TAG
VOV/VOVworld/ບຸກ​ຄ​ະ​ລາ​ກອ​ນ/ກົງ​ຈັກການ​ຈັດ​ຕັ້ງ

More