VOV WorldVOV World
ເອີລົບ ແລະ ໄລຍະທາງຫຍຸ້ງຍາກໃນພາຍພາກຫນ້າ
25/10/2022 09:35
(VOVWORLD) -ການປະທະກັນ ລະຫວ່າງ ລັດເຊຍແລະ ຢູແກຼນ ປີນຂັ້ນໄດ ໄດ້ສົ່ງຜົນກະທົບ ແລະກໍ່ໃຫ້ເກີດສິ່ງທ້າທາຍຢ່າງຮ້າຍແຮງຕໍ່ບັນດາພາກພື້ນ ແລະ ພື້ນຖານເສດຖະກິດໃນໂລກ ເກືອບທັງໝົດ. ໃນນັ້ນ ເອີລົບ ໄດ້ຮັບການຕີລາຄາວ່າ ແມ່ນພາກພື້ນຖືກຜົນກະທົບຫນັກຫນ່ວງທີ່ສຸດ ດ້ວຍການຜັນປ່ຽນໃຫຍ່ນັບທັງໃນເວທີການເມືອງ ແລະໃນສັງຄົມຂອງຫລາຍປະເທດສະມາຊິກ.
ເອີລົບ ແລະ ໄລຍະທາງຫຍຸ້ງຍາກໃນພາຍພາກຫນ້າ
ວັນທີ 24 ຕຸລາ, ພັກນິຍົມຮັກສາເດີມກຳອຳນາດຢູ່ ອັງກິດ ໄດ້ຢັ້ງຢືນວ່າ: ທ່ານ Rishi Sunak ມີອາຍຸ 42 ປີ ອະດີດລັດຖະມົນຕີການເງິນ ອັງກິດ ຈະກາຍເປັນການນຳໃຫມ່ຂອງ ພັກນີ້ ພ້ອມທັງກາຍເປັນນາຍົກລັດຖະມົນຕີ ຄົນໃຫມ່ຂອງອັງກິດ. ເປັນອັນວ່າ ໃນເວລາບໍ່ຮອດ 2 ເດືອນ, ອັງກິດ ມີນາຍົກລັດຖະມົນຕີ 3 ທ່ານ(ຄື:ທ່ານ Boris Johnson, ທ່ານນາງ Liz Truss ແລະທ່ານ Rishi Sunak) ເປັນການສະແດງໃຫ້ເຫັນການຜັນແປຢ່າງແຮງໃນເວທີການເມືອງ ອັງກິດ ກ່ອນນີ້ແມ່ນສະມາຊິກ ອີຢູ ແລະ ແມ່ນພື້ນຖານເສດຖະກິດໃຫຍ່ທີສອງຂອງເອີລົບ. ຫນຶ່ງໃນບັນດາສາຍເຫດທີ່ເຮັດໃຫ້ເກີດສະພາບການດັ່ງກ່າວ ຍ້ອນຄວາມຫຍຸ້ງຍາກຢ່າງຮ້າຍແຮງກ່ຽວກັບດ້ານເສດຖະກິດ ສັງຄົມ (ລາຄາເຊື້ອເພີງ ແລະ ສະບຽງອາຫານເພີ່ມຂຶ້ນ, ໄພເງິນເຟີ້ ແມ່ນຢູ່ໃນລະດັບສະຖິຕິ…) ຍ້ອນຖືກຜົນສະທ້ອນຈາກວິກິດການ ລັດເຊຍ - ຢູແກຼນ. ເຖິງຢ່າງໃດກໍຕາມ ສິ່ງທີ່ເປັນຫນ້າເວົ້າກວ່າ ນັ້ນບໍ່ພຽງແຕ່ແມ່ນຢູ່ເວທີການເມືອງ ອັງກິດ ເທົ່ານັ້ນ ຫາກຫລາຍປະເທດຫລັກແຫລ່ງອື່ນຢູ່ ເອີລົບ  ກໍ່ຕ້ອງປະເຊີນຫນ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຄ້າຍຄືກັນ ຍ້ອນສາຍເຫດເຊັ່ນດຽວກັນ.
TAG
VOV/VOVworld/ໄພ​ເງິນ​ເຟີ້/ການ​ປະ​ທະ​ກັນ

More