VOV WorldVOV World
ເອີລົບໃນການສູ້ຮົບຕ້ານກໍ່ການຮ້າຍ
14/01/2015 11:02
ເງົາ​ມືດຂອງ​ລັດ​ທິກໍ່​ການ​ຮ້າຍພວມ​ປົກ​ຄຸມ​ໄປ​ທົ່ວ​ປະ​ເທດ​ຝະ​ລັ່ງ, ເອີ​ລົບ ແລະ ທົ່ວ​ໂລກ ພາຍຫຼັງ​ເກີດ​ການ​ບຸກ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ 2 ຄັ້ງ​ຢູ່​ຝະ​ລັ່ງ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ອັນ​ໄດ້​ເຮັດ​ໃຫ້ 17 ຄົນ​ເສຍ​ຊີ​ວິດ
ເອີລົບໃນການສູ້ຮົບຕ້ານກໍ່ການຮ້າຍ
ເງົາ​ມືດຂອງ​ລັດ​ທິກໍ່​ການ​ຮ້າຍພວມ​ປົກ​ຄຸມ​ໄປ​ທົ່ວ​ປະ​ເທດ​ຝະ​ລັ່ງ, ເອີ​ລົບ ແລະ ທົ່ວ​ໂລກ ພາຍຫຼັງ​ເກີດ​ການ​ບຸກ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ 2 ຄັ້ງ​ຢູ່​ຝະ​ລັ່ງ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ອັນ​ໄດ້​ເຮັດ​ໃຫ້ 17 ຄົນ​ເສຍ​ຊີ​ວິດ. ເຫດ​ການນີ້ ໄດ້​ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ເອີ​ລົບ​ຫຍັບ​ມໍ່​ເຂົ້າ​ກັນ​ກ່​ວາ​ໃນ​ການ​ສູ້​ຮົບ​ຕ້ານ ລັດ​ທິກໍ່​ການ​ຮ້າຍ, ແຕ່​ກໍ​ວາງ​ອອກຫຼາຍ​ບັນ​ຫາ​ໃນ​ການ​ຮັບ​ມື​ກັບ​ໄພກໍ່​ການ​ຮ້າຍ ທີ່​ພວມ​ຄຸກ​ຄາມ​ຕະຫຼອດ, ພິ​ເສດ​ເມື່ອ​ວົງ​ການ​ເຈົ້າ​ໜ້າ​ທີ່ປ້ອງ​ກັນ​ຄວາມ​ສະ​ຫງົບ​ເອີ​ລົບ​ມີ​ຄວາມ​ເຊື່ອໝັ້ນ​ວ່າ ບັນ​ດາ​ເປົ້າ​ໝາຍ​ຢູ່​ຝະ​ລັ່ງ​ໃນ​ເວ​ລາ​ທີ່​ຜ່ານ​ມາ ພ​ຽງ​ແຕ່​ຈຸດ​ລິ​ເລີ່ມ.    ພາຍຫຼັງ​ບັນ​ດາ​ການ​ແຫ່​ຂະ​ບວນ ສະ​ແດງ​ການແບ່ງ​ເບົາຄວາມ​ເສົ້າ​ສະ​ລົດ​ໃຈ​ກັບ​ຊາວ​ຝະ​ລັ່ງ, ບັນ​ດາ​ປະ​ເທດ​ເອີ​ລົບ ໃນ​ທັນ​ທີ່​ໄດ້​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ດ້ວຍ​ລະ​ດັບ​ສູງ​ສຸດ ເພື່ອ​ລະ​ວັງ​ຕໍ່​ການ​ເກີດບັນ​ດາ​ກໍ​ລະ​ນີເຊັ່ນ​ດຽວ​ກັນ ກໍ​ຄື​ຜັນ​ຂະ​ຫຍາຍ​ແຜນ​ການ ປ້ອງ​ກັນ​ຄວາມ​ສະ​ຫງົບພິ​ເສດ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ຮີບ​ດ່ວນ.
TAG
vov/vovworld/ກໍ່​ການ​ຮ້າຍ

More