VOV WorldVOV World
ເຂດ​ຕາ​ເວັນ​ອອກ​ກາງປະ​ເຊີນ​ໜ້າ​ກັບ​ໄພ​ເກີດ​ການ​ປະ​ທະ​ກັນ​ຮອບ​ດ້ານ
02/08/2024 08:36
(VOVWORLD) - ໃນຊຸມວັນທີ່ຜ່ານມາ, ເຫດການເຂັ່ນຂ້າການນຳຂັ້ນສູງຂອງບັນດາກຳລັງ ເຮກໂບລາ ແລະ ຮາມາສ ໄດ້ຍູ້ເຂດຕາເວັນອອກກາງຕົກເຂົ້າສູ່ສະພາບເກີດການໃຊ້ຄວາມຮຸນແຮງຄັ້ງໃໝ່. ຕາມຜູ້ຊ່ຽວຊານຫຼາຍທ່ານແລ້ວ, ໄພເກີດການປະທະກັນຮອບດ້ານຢູ່ພາກພື້ນນີ້ ພວມຢູ່ໃນລະດັບສູງສຸດນັບແຕ່ຫຼາຍເດືອນມານີ້.
ເຂດ​ຕາ​ເວັນ​ອອກ​ກາງປະ​ເຊີນ​ໜ້າ​ກັບ​ໄພ​ເກີດ​ການ​ປະ​ທະ​ກັນ​ຮອບ​ດ້ານ
ທ່ານຫົວໜ້າການເມືອງຂອງຂະບວນການອິດສະລາມ ຮາມາສ Ismail Haniyeh (ພາບ: France 24 )    ວັນທີ 31 ກໍລະກົດ, ການນຳການເມືອງຂອງຂະບວນການ ອິດສະລາມ ຮາມາສ, ທ່ານ Ismail Haniyeh, ຖືກເຂັ່ນຂ້າຢູ່ນະຄອນຫຼວງ ເຕເຮຣານ ຂອງອີຣານ. ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 30 ກໍລະກົດ, ຫົວໂປ່ຂັ້ນສູງຂອງກຳລັງ ເຮກໂບລາ ຢູ່ ລີບັງ ແມ່ນທ່ານ Fuad Shukr ກໍ່ເສຍຊີວິດ ໃນເຫດບຸກໂຈມຕີທາງອາກາດຂອງກອງທັບ ອິດສະຣາແອັນ ເຂົ້າໃສ່ນະຄອນຫຼວງ ເບຣຸດ ແນໃສ່ໂຕ້ຕອບເລື່ອງສາມັນຊົນ ອິດສະຣາແອັນ ຖືກເສຍຊີວິດ ຍ້ອນຖືກລູກປືນໃຫ່ຍເມື່ອວັນທີ 28 ກໍລະກົດຢູ່ເຂດພູພຽງ ໂກລານ. ການເກີດການໃຊ້ຄວາມຮຸນແຮງໃນປະຈຸບັນ ຍິ່ງເຮັດໃຫ້ເຂດຕາເວັນອອກກາງພັດເຄັ່ງຮ້ອນຂຶ້ນຕື່ມຫຼາຍກ່ວາເວລາໃດໝົດ. ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ (ພາບ: Reuters )  
TAG
VOV/VOVworld/ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ/ທ່ານ Ismail Haniyeh/ທ່ານນາງ Sanam Vakil/ການເຂັ່ນຂ້າມ ອີຣານ-ອິດສະຣາແອັນ

More