VOV WorldVOV World
ເກຼັກຢືນຢູ່ຕໍ່ໜ້າໄພລົ້ມລະລາຍ
23/04/2015 13:23
ວິ​ກິດ​ການ​ໜີ້​ສິນ​ຂອງ ເກຼັກພວມ​ກ້າວ​ໄປ​ເຖິງ​ໄລ​ຍະ​ສຸດ​ທ້າຍ ຂະ​ນະ​ທີ່​ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ ຍັງເຫຼືອ​ເງິນບໍ່​ເທົ່າ​ໃດ​ເພື່ອ​ຊຳ​ລະ​ບັນ​ດາ​ບ້ວງ​ເງິນ​ໃຊ້​ຈາຍ​ໂດຍ​ດ່ວນ
ເກຼັກຢືນຢູ່ຕໍ່ໜ້າໄພລົ້ມລະລາຍ
ວິ​ກິດ​ການ​ໜີ້​ສິນ​ຂອງ ເກຼັກພວມ​ກ້າວ​ໄປ​ເຖິງ​ໄລ​ຍະ​ສຸດ​ທ້າຍ ຂະ​ນະ​ທີ່​ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ ຍັງເຫຼືອ​ເງິນບໍ່​ເທົ່າ​ໃດ​ເພື່ອ​ຊຳ​ລະ​ບັນ​ດາ​ບ້ວງ​ເງິນ​ໃຊ້​ຈາຍ​ໂດຍ​ດ່ວນ. ໃນ​ຈຸ​ດເວ​ລານີ້, ຄວາ​ມມາ​ນະ​ພະ​ຍາ​ຍາມ​ເຈ​ລະ​ຈາ​ລະ​ຫວ່າງ ເກຼັກ​ກັບ​ກຸ່ມ 3 ຝ່າຍ ຊຶ່ງ​ເປັນ​ເຈົ້າ​ໜີ້ ລວມ​ມີ: EU, ທະ​ນາ​ຄານ​ສູນ​ກາງ​ເອີ​ລົບ ECB ແລະ​ກອງ​ທຶນ​ສາ​ກົນ IMF ເພື່ອ​ຮັບ​ບ້ວງ​ເງິນ​ຊ່ວຍ​ກູ້ນັ້ນ, ພັດ​ຖືກ​ຕົກ​ຢູ່​ໃນ​ສະ​ພາບບໍ່​ມີ​ທາງ​ອອກ. ການ​ຄົງ​ຕົວ​ຂອງ ເກຼັກ ໃນ​ພາກ​ພື້ນໃຊ້ສະ​ກຸນ​ເງິນ​ເອີ​ໂຣ​ລວມ ແມ່ນ​ພວມ​ຢູ່​ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກກວ່າ​ເວ​ລາ​ໃດ​ໝົດ.     ໃນ​ການ​ຜັນ​ແປ​ທີ່ຫຼ້າ​ສຸດ, ທະ​ນາ​ຄານ​ສູນ​ກາງ​ເອີ​ລົບ ECB ໄດ້​ປະ​ກາດ​ໃນ​ວັນ​ທີ 22/4 ວ່າ :  ECB ພຽງ​ສືບ​ຕໍ່​ສະ​ໜອງເງິນໃຫ້​ບັນ​ດາ​ທະ​ນາ​ຄານ​ຂອງ ເກຼັກ, ຕາບ​ໃດ​ທີ່​ບັນ​ດາ​ລະ​ບອບ​ການ​ເງິນນີ້ ຍັງ​ສາ​ມາດ​ຊຳ​ລະ​ໜີ້​ສິນ ແລະ ຍັງມີຊັບ​ສົມ​ບັດຄ້ຳ​ປະ​ກັນ​ທີ່​ມີ​ມຸນ​ຄ່າ. ກ່ອນ​ໜ້ານັ້ນ, ຜູ້​ອຳ​ນວຍ​ການ​ໃຫຍ່ ກອງ​ທຶນ​ສາ​ກົນ IMF Christine Lagarrde ຖະ​ແຫຼງວ່າ ຈະ​ບໍ່​ອະ​ນຸ​ຍາດ​ໃຫ້ ເກຼັກ ເລື່ອນ​ເວ​ລາ​ຊຳ​ລະ​ບ້ວງ​ໜີ້ 2,5 ຕື້ ເອີ​ໂຣ ຮອດ​ເດືອນ 5 ໜ້ານີ້. ເຫດ​ຜົນ​ກໍແມ່ນວ່າ ບັນ​ດາ​ເຈົ້າ​ໜີ້ຍັງ​ບໍ່​ທັນ​ເຫັນ​ດີ​ສືບ​ຕໍ່​ຊ່ວຍ​ກູ້​ດ້ານ​ການ​ເງິນ​ໃຫ້ ເກຼັກ​ເພາະ​ລັດ​ຖະ​ບານ​ປະ​ເທດນີ້ ຍັງ​ບໍ່​ທັນ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ແລະ ເງື່ອນ​ໄຂທີ່​ໄດ້​ວາງ​ອອກ​ຄື​ປະ​ຕິ​ຮູບ​ການ​ບໍ​ລິ​ຫານ ແລະ ສັງ​ຄົມ, ຍູ້​ແຮງ​ການ​ຫັນ​ເປັນ​ເອ​ກະ​ຊົນ ແລະ ປະ​ຕິ​ບັດ​ການ​ປະ​ຢັດ​ໃນ​ການ​ໃຊ້​ຈາຍ​ດ້ວຍ​ເງິນງົບປະ​ມານ. ທັງ​ນີ້​ກໍ​ເປັນ​ສິ່ງ​ທ້າ​ທາຍຕໍ່​ອຳ​ນາດ​ການ​ປົກ​ຄອງ ເກຼັກ ແລະ ພາ​ໃຫ້ ເກຼັກພວມຢືນ​ຢູ່​ຕໍ່​ໜ້າ​ໄພ​ລົ້ມ​ລະ​ລາຍ. ​ເກຼັກ​ຍັງ​ຄົງ​ປາ​ຖະ​ໜາ​ບັນ​ລຸ​ຂໍ້​ຕົກ​ລົງ​ກັບ​ບັນ​ດາ​ເຈົ້າ​ໜີ້​ສາ​ກົນ​ເພື່ອ​ຮັບ​ການ​ປ່ອຍ​ບ້ວງ​ເງິນ 7,2 ຕື້ ເອີ​ໂຣ    
TAG
vov/vovworld/ລົ້ມ​ລະ​ລາຍ/ປ່ອຍ​ເງິນ/ໜີ້​ສິນ

More