VOV WorldVOV World
ເພີ່ມທະວີການຕໍ່ສູ້ປົກປັກຮັກສາພື້ນຖານແນວຄິດຂອງພັກ
17/10/2019 11:56
(VOVWORLD) -ການຕໍ່ສູ້ຕ້ານບັນດາທັດສະນະຜິດພາດ, ເປັນປໍລະປັກ, ປົກປັກຮັກສາ ລັດທິ - ມາກເລນິນ, ແນວຄິດໂຮ່ຈິມິນ ແມ່ນຫນ້າທີ່ສຳຄັນຂອງວຽກງານກໍ່ສ້າງ, ປັບປຸງພັກກອມມູນິດຫວຽດນາມ ປະຈຸບັນ. ຕາມທ່ານສາດສະດາຈານ, ປອ ຫວູວັນຮ່ຽນ, ຮອງປະທານ ສະພາທິດສະດີສູນກາງແລ້ວ, ເພື່ອປະຕິບັດຫນ້າທີ່ນີ້ເປັນຢ່າງດີ, ຄວນຊາບຊຶມ, ປະຕິບັດມະຕິ ເລກທີ 35 ຂອງກົມການເມືອງ ກ່ຽວກັບການ “ເພີ່ມທະວີການປົກປັກຮັກສາພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດບັນດາທັດສະນະຜິດພາດ, ເປັນປໍລະປັກໃນສະພາບການໃຫມ່” ໃຫ້ເຂັ້ມງວດ.
ເພີ່ມທະວີການຕໍ່ສູ້ປົກປັກຮັກສາພື້ນຖານແນວຄິດຂອງພັກ
ສະຫາຍຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງຊາບຊຶມມະຕິເລກທີ 32 ຂອງກົມການເມືອງ (ພາບ: dangcongsan.vn ) ທ່ານ ສາດສະດາຈານ ປອ ຫວູວັນຮ່ຽນ ຢືນຢັນວ່າ: ພື້ນຖານແນວຄິດຂອງພັກ ແມ່ນພາກສ່ວນຫນຶ່ງສຳຄັນໃນຊີວິດດ້ານການເມືອງ, ຈິດໃຈ, ປັດໄຈພື້ນຖານ, ຫລັກແຫລ່ງແກ່ນສານໃນການສ້າງພື້ນຖານ, ປະຖົມປັດໄຈຕັດສິນຊີ້ຂາດທຸກການເຄື່ອນໄຫວກໍ່ສ້າງ, ການດຳເນີນຊີວິດ ແລະ ການຊີ້ນຳນຳພາຂອງພັກ. ເມື່ອພື້ນຖານແນວຄິດຂອງພັກປ່ຽນແປງ, ຈະເຮັດໃຫ້ເປົ້າໝາຍ, ອຸດົມການ, ຫລັກການການຈັດຕັ້ງ, ທິດທາງການເຄື່ອນໄຫວດ້ານການເມືອງກໍ່ປ່ຽນແປງໄປນຳ. ສະນັ້ນ ບັນດາອິດທິກຳລັງເປັນປໍລະປັກໄດ້ກຳນົດວ່າ ເພື່ອປະຕິບັດເປົ້າໝາຍຕ້ານທຳລາຍ, ເຮັດໃຫ້ບົດບາດຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ໝົດຜົນສັກສິດ ບັນຫາສຳຄັນແຖວຫນ້າ ນັ້ນແມ່ນ ຕ້ອງສຸມໃສ່ການບຸກໂຈມຕີ ແນໃສ່ທຳລາຍພື້ນຖານແນວຄິດຂອງພັກ.
TAG
VOV/VOVworld/ການ​ຜັນ​ປ່ຽນ​ໂດຍ​ສັນ​ຕິ

More