ເພີ່ມທະວີການຮ່ວມມືລະຫວ່າງສອງພັກ, ສອງລັດຫວຽດນາມ - ລາວ
25/04/2016 07:32
ເພີ່ມທະວີການຮ່ວມມືລະຫວ່າງສອງພັກ, ສອງລັດຫວຽດນາມ - ລາວ
(vovworld) - ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ຫວຽດນາມຢ່າງເປັນທາງການໃນວັນທີ 25/4. ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານ ບຸນຍັງ ວໍລະຈິດ ໃນຖານະເປັນເລຂາທິການໃຫຍ່, ປະທານປະເທດ ລາວ, ອາຍຸການ 2016-2020, ປະກອບສ່ວນຢືນຢັນແນວທາງການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງສອງປະເທດ, ພິເສດແມ່ນຖືເປັນສຳຄັນ, ຮັກສາ ແລະ ພັດທະນາການພົວພັນມິດຕະພາບ, ນຳ້ໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວຢ່າງບໍ່ຢຸດຢັ້ງ.
TAG
vovworld
ຫວຽດນາມ - ລາວ
Related
More








