ເພື່ອໃຫ້ແນວຄິດ, ຄຸນສົມບັດຂອງ ປະທານໂຮ່ຈິມິນໃຫ້ກາຍເປັນພື້ນຖານຢ່າງໝັ້ນຄົງໜັກແໜ້ນຂອ
27/05/2016 12:32
ວັນທີ 15/5, ກົມການເມືອງສູນກາງພັກກອມມູນິດຫວຽດນາມໄດ້ປະກາດໃຊ້ຄຳສັ່ງເລກທີ 05 ກ່ຽວກັບການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ

ວັນທີ 15/5, ກົມການເມືອງສູນກາງພັກກອມມູນິດຫວຽດນາມໄດ້ປະກາດໃຊ້ຄຳສັ່ງເລກທີ 05 ກ່ຽວກັບການຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນ. ການປະຕິບັດຄຳສັ່ງນີ້ ແມ່ນເພື່ອແນໃສ່ນຳແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈິມິນໃຫ້ກາຍເປັນພື້ນຖານຢ່າງໝັ້ນຄົງໜັກແໜ້ນຂອງຊີວິດສັງຄົມ. ປະທານໂຮ່ຈິມິນໂອ້ລົມກັບພະນັກງານ, ນັກຮົບກຳລັງປະກອບອາວຸດແຂວງວິ້ງຟຸກເມື່ອວັນທີ 2.3.1963 ເນື້ອໃນພື້ນຖານຂອງຄຳສັ່ງເລກທີ 05 ຂອງກົມການເມືອງສະໄໝທີ 12 ແມ່ນຕີລາຄາຄືນໂດຍສັງເຂບກ່ຽວກັບໝາກຜົນ, ຄວາມຈຳກັດຂອງການປະຕິບັດ ຄຳສັ່ງເລກທີ 03 ຂອງກົມການເມືອງສະໄໝທີ 11 ກ່ຽວກັບເລື່ອງສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນໃນ 5 ປີທີ່ຜ່ານມາ. ຕາມນັ້ນແລ້ວ, ຄຳສັ່ງເລກທີ 03 ຂອງກົມການເມືອງສະໄໝທີ 11 ໄດ້ບັນລຸໝາກຜົນໃນເບື້ອງຕົ້ນ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກ ແລະ ມະຕິກອງປະຊຸມສູນກາງພັກຄັ້ງທີ 4 ສະໄໝທີ 11 ກ່ຽວກັບບາງບັນຫາທີ່ຮີບດ່ວນໃນການກໍ່ສ້າງພັກໃນປະຕິບັນຢ່າງມີໄຊ.
TAG
vovworld/ປະທານໂຮ່ຈິມິນ/ແບບຢ່າງ
Related
More








