VOV WorldVOV World
ເສດຖະກິດພາກເອກະຊົນປະກອບສ່ວນສ້າງພື້ນຖານເສດຖະກິດ ແບບຍືນຍົງແລະເປັນເຈົ້າຕົນເອງ
05/12/2014 06:29
ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ແມ່ນ​ຫ​ນຶ່ງ​ໃນ​ສາມ​ພາກ​ສ່ວນ​​ຂອງພື້ນ​ຖານ​ເສດຖະ​ກິດຫວຽດ​ນາມ, ກວມ​ອັດ​ຕາ​ສ່ວນ​ໃຫ​ຍ່​ດ້ວຍ 95% ຍອດ​ຈຳ​ນວນ​ວິ​ສາ​ຫະ​ກິດ​ພວມ​ເຄື່ອນ​ໄຫວ​ຢູ່​ຫວຽດ​ນາມ.
ເສດຖະກິດພາກເອກະຊົນປະກອບສ່ວນສ້າງພື້ນຖານເສດຖະກິດ ແບບຍືນຍົງແລະເປັນເຈົ້າຕົນເອງ
(vovworld)-      ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ແມ່ນ​ຫ​ນຶ່ງ​ໃນ​ສາມ​ພາກ​ສ່ວນ​​ຂອງພື້ນ​ຖານ​ເສດຖະ​ກິດຫວຽດ​ນາມ, ກວມ​ອັດ​ຕາ​ສ່ວນ​ໃຫ​ຍ່​ດ້ວຍ 95% ຍອດ​ຈຳ​ນວນ​ວິ​ສາ​ຫະ​ກິດ​ພວມ​ເຄື່ອນ​ໄຫວ​ຢູ່​ຫວຽດ​ນາມ. ນີ້​ກໍ​ແມ່ນ​ພາກ​ສ່ວນ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ພື້ນ​ຖານ​ເສດ​ຖະ​ກິດ. ຄວາມ​ຈິງ​ໃຫ້​ເຫັນ​ວ່າ ຖ້າ​ຫາກ​ເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນບໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ຢ່າງ​ສົມ​ຄູ່ ຫວຽດ​ນາມ ບໍ່​ສາ​ມາດ​ສ້າງ​ກຳ​ລັງ​ຫ​ນູນ​ແຫ່ງ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໄດ້​ ແລະ ລັກ​ສະ​ນະ​ເປັນ​ເຈົ້າ​ຂອງ​ພື້​ນ​ຖານ​ເສດ​ຖະ​ກິດ​ກໍ​ອ່ອນ​ແອ​ໄປ​ນຳ. ນີ້​ແມ່ນ​ສາຍ​ເຫດ ເຮັດ​ໃຫ້ການ​ພັດ​ທະ​ນາເສດ​ຖະ​ກິ​ດ​ພາກ​ເອ​ກະ​ຊົນກາຍ​ເປັນ​ຫົວ​ເລື່ອງ​​ນຳ​ມາປຶກ​ສາ​ຫາ​ລື​ຕົ້ນ​ຕໍ​ທີ່​ເວ​ທີ​ປາ​ໄສ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ຫວຽດ​ນາມ 2014(VDPF2014) ຈັດ​ຂຶ້ນ​ໃນ​ວັນ​ທີ 5/12 ຢູ່ ຮ່າ​ໂນ້ຍ.
TAG
vovworld/vov/ຫົວ​ຄິດ​ປະ​ດິດ​ສ້າງ

More