VOV WorldVOV World
ເສີມຂະຫຍາຍຈິດໃຈຂອງບັ້ນຮົບ ດ້ຽນບຽນຝູ໋ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ
07/05/2019 09:55
(VOVWORLD) - ວັນທີ 7 ພຶດສະພາ, ໄຊຊະນະ ດ້ຽນບຽນຝູ໋ ຄົບຮອບ 65 ປີ, ຊຶ່ງແມ່ນໄຊຊະນະດັງກ້ອງກັງວານໄປທົ່ວ 5 ທະວີບທົ່ວໂລກ. ເຖິງວ່າ 65 ປີໄດ້ຜ່ານພົ້ນໄປແລ້ວນັ້ນ ແຕ່ສຽງກ້ອງກັງວານ, ຄວາມໝາຍ ແລະ ບົດຮຽນປະຫວັດສາດຂອງໄຊຊະນະນັ້ນ ຍັງຄົງດັງກ້ອງກັງວານໄປຕະຫລອດ, ແມ່ນກຳລັງໜູນ ແລະ ຕໍ່ກຳລັງແຮງໃຫ້ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ບົນເສັ້ນທາງປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາ, ສ້າງສາ ແລະ ປົກປັກຮັກສາປະເທດ ຫວຽດນາມ ສັງຄົມນິຍົມ.
ເສີມຂະຫຍາຍຈິດໃຈຂອງບັ້ນຮົບ ດ້ຽນບຽນຝູ໋ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ
ເນື່ອງໃນໂອກາດນີ້, ນັກຂ່າວ VOV ໄດ້ຄັດສະເໜີແນະນຳບົດຂຽນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່ຽວກັບການເສີມຂະຫຍາຍຈິດໃຈຂອງບັ້ນຮົບ ດ້ຽນບຽນຝູ໋ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.  ພາບປະກອບ / TTXVN         ບົດຂຽນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ພາຍຫລັງຍົກອອກລັກສະນະຖືກຕ້ອງເມື່ອຕັດສິນເປີດບັ້ນຮົບ ດ້ຽນບຽນຝູ໋ ໃນຕົ້ນເດືອນ ທັນວາ 1953 ຂອງກົມການເມືອງ, ຢັ້ງຢືນຄວາມໝາຍອັນໃຫຍ່ຫລວງຂອງໄຊຊະນະ ດ້ຽນບຽນຝູ໋, ໄດ້ຍົກອອກ 4 ການກຳນົດທິດຕົ້ນຕໍ ເພື່ອສ້າງພື້ນຖານໝັ້ນຄົງ, ນຳປະເທດຊາດພັດທະນາໃນຊຸມປີຕໍ່ໄປຢ່າງວ່ອງໄວ ແລະ ຍືນຍົງກ່ວາ.
TAG
VOV/VOVworld/ບັ້ນຮົບ/ດ້ຽນບຽນຝູ໋/ພາລະກິດ/ປະເທດຊາດ

More