VOV WorldVOV World
ເສີມຂະຫຍາຍສິດເປັນເຈົ້າຂອງພົນລະເມືອງໂດຍຜ່ານບັດເລືອກຕັ້ງແຕ່ລະໃບ
06/05/2016 12:07
ວັນ​ທີ 22/5, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫວຽດ​ນາມຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ອາ​ຍຸ​ການ 2016-2021
ເສີມຂະຫຍາຍສິດເປັນເຈົ້າຂອງພົນລະເມືອງໂດຍຜ່ານບັດເລືອກຕັ້ງແຕ່ລະໃບ
ວັນ​ທີ 22/5, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫວຽດ​ນາມຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ສະ​ມາ​ຊິກ​ສະ​ພາ​ແຫງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ອາ​ຍຸ​ການ 2016-2021. ບັດ​ເລືອກ​ຕັ້ງ​ແຕ່​ລະ​ໃບ ບໍ່​ພຽງ​ແຕ່​ເປັນ​ການຢັ້ງ​ຢືນ​ສິດ​ພົນ​ລະ​ເມືອງ​ຂອງ​ປະ​ເທດ​ເອ​ກະ​ລາດ, ເສ​ລີ​ພາບ ແລະ ປະ​ຊາ​ທິ​ປະ​ໄຕ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ, ການ​ຝາກ​ຝັງ​ຄວາມ​ຮັບ​ຜິດ​ຊອບ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ​ນັບ​ລ້ານ​ຄົນໃນ​ທົ່ວ​ປະ​ເທດ​ສຳ​ລັບ​ບັນ​ດາ​ຜູ້​ໄດ້​ຮັບ​ເລືອກ​ຕັ້ງ.   ທ່ານ ຫງວຽນ​ວັນ​ຟາ ຮອງ​ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ        (baomoi.com)     ສິດ​ປ່ອນ​ບັດ​ເລືອກ​ຕັ້ງ ແລະ ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງແມ່ນ​ບັນ​ດາ​ສິດ​ການ​ເມືອງ​ອັນ​ເປັນ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ​ຊຶ່ງ​ໄດ້​ລ​ະ​ບຸ​ໃນ​ລັດ​ຖະ​ທຳ​ມະ​ນູນ. ຈາກ ລັດ​ຖະ​ທຳ​ມະ​ນູນ​ປີ 1946 ຊຶ່ງ​ແມ່ນ ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ທຳ​ອິດ​ຂອງ​ຫວຽດ​ນາມ ຈົນ​ເຖິງ ລັດ​ຖະ​ທຳ​ມະ​ນູນ​ປີ 2013 (ໃນ​ມາດ​ຕາ 27). ກ່າວ​ຄຳ​ເຫັນ​ເນື່ອງ​ໃນ​ໂອ​ກາດ​ຂ່ຳ​ນັບ​ຮັບ​ຕ້ອນ​ບັນ​ດາ​ຜູ້​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 1, ທ່ານ​ປະ​ທານ​ໂຮ່​ຈິ​ມິນ​ເຄີຍ​ເວົ້າ​ວ່າ : “ ບັດ​ເລືອກ​ຕັ້ງແມ່ນ​ມີ​ຄຸນ​ຄ່າ​ອັນ​ສູງ​ສົ່ງ, ເປັນ​ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ຊາ​ຊົນ​ເຮົາ​ໄດ້​ກາຍ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ​ຢ່າງ​ແທ້​ຈິງ. ເພາະ​ສະ​ນັ້ນ, ສຳ​ລັບ​ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ເທດ​ຊາດ ກໍ​ຄື​ຜົນ​ປະ​ໂຫຍດ​ສະ​ເພາະ​ຂອງ​ແຕ່​ລະ​ຄົນ​ນັ້ນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕ້ອງ​ເຮັດຫຼ້ອນ​ໜ້າ​ທີ່​ຂອງ​ຕົນ​, ໝາຍ​ຄວາມວ່າ ຕ້ອງ​ບອກ​ເຕືອນ​ກັນ​ໄປ​ບ່ອນ​ບັດ​ໃນ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ ”    
TAG
vovworld/ປ່ອນ​ບັດ​ເລືອກ​ຕັ້ງ

More