ເສລີພາບທາງດ້ານສາສະໜາຢູ່ຫວຽດນາມ ແມ່ນຄວາມຈິງທີ່ບໍ່ອາດປະຕິເສດໄດ້
15/08/2016 10:03
ວັນທີ 10/8/2016, ກະຊວງການຕ່າງປະເທດອາເມລິກາ ໄດ້ປະກາດບົດລາຍງານກ່ຽວກັບເສລີພາບທາງສາສະໜາສາກົນປີ 2015 ດ້ວຍຂໍ້ສັງເກດ ຫຼາຍຢ່າງກ່ຽວກັບຫຼາຍບັນຫາທີ່ຂຶ້ນກັບວຽກງານພາຍໃນຂອງປະເທດອື່ນ

ວັນທີ 10/8/2016, ກະຊວງການຕ່າງປະເທດອາເມລິກາ ໄດ້ປະກາດບົດລາຍງານກ່ຽວກັບເສລີພາບທາງສາສະໜາສາກົນປີ 2015 ດ້ວຍຂໍ້ສັງເກດ ຫຼາຍຢ່າງກ່ຽວກັບຫຼາຍບັນຫາທີ່ຂຶ້ນກັບວຽກງານພາຍໃນຂອງປະເທດອື່ນ. ໃນພາກຕີລາຄາກ່ຽວກັບຫວຽດນາມນັ້ນ, ເຖິງວ່າ ໄດ້ມີການສັງເກດຢ່າງຕັ້ງໜ້າກ່ຽວກັບເລື່ອງຫວຽດນາມຮັບປະກັນສິດເສລີພາບທາງດ້ານການເຫຼື້ອມໃສ ສາສະໜາກໍຕາມ, ໃນບົດລາຍງານ ກໍຍັງມີເນື້ອໃນຫຼາຍປະການທີ່ສະແດງໃຫ້ເຫັນຈີນຕະນາການແບບຂາດເຈດຕະນາດີກ່ຽວກັບ ເສລີພາບທາງດ້ານສາສະໜາຢູ່ຫວຽດນາມອີກດ້ວຍ. ຫວຽດນາມໄດ້ເປັນເຈົ້າພາບຈັດວັນບຸນວິສາຂະບູຊາສາກົນ 2014 ໃນບົດລາຍງານ, ກະຊວງການຕ່າງປະເທດອາເມລິກາ ໄດ້ຍອມຮັບຮູ້ບັນດາຄວາມມານະພະຍາຍາມຂອງລັດຖະບານຫວຽດນາມໃນການຮັບປະກັນບັນດາສິດເສລີພາບທາງດ້ານການເຫຼື້ອມໃສ ສາສະໜາ ກໍຄືປະກາດຮ່າງກົດໝາຍວ່າດ້ວຍການເຫຼື້ອມໃສ ສາສະໜາເພື່ອຮັບເອົາການປະກອບຄຳເຫັນຂອງປະຊາຊົນ. ບົດລາຍງານກໍໄດ້ຮັບຮູ້ຄຳເຫັນເກືອຍທັງໝົດຂອງບັນດາຜູ້ນຳອົງການສາສະໜາຕ່າງໆຢູ່ຫວຽດນາມໂດຍຖືວ່າ ເສລີພາບທາງດ້ານສາສະໜາພວມໄດ້ຮັບການເປີດກ້ວາງຢູ່ຫວຽດນາມ ຊຶ່ງນັບມື້ນັບມີຫຼາຍອົງການສາສະໜາໄດ້ຮັບການຮັບຮູ້ຈາກລັດຖະບານ. ແຕ່, ກະຊວງການຕ່າງປະເທດອາເມລິກາ ກໍຍັງຄົງສືບຕໍ່ຕູ່ຫາຫວຽດນາມໃຊ້ຄວາມຮຸນແຮງ, ຈັບກຸມຄຸມຂັງ, ດຳເນີນຄະດີ, ຈຳກັດການໄປມາ, ປະຕິເສດການຈົດທະບຽນຫຼືອອກໜັງສືອະນຸຍາດໃຫ້ບາງກຸ່ມສາສະໜາ; ກີດຂວາງການເຄື່ອນໄຫວຂອງບາງກຸ່ມສາສະໜາໃນຂົງເຂດສາທາລະນະສຸກ, ການສຶກສາ… ກະຊວງການຕ່າງປະເທດອາເມລິກາຍັງຖືວ່າ ບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງສາສະໜາຢູ່ຫວຽດນາມ ໄດ້ຈຳກັດ ເສລີພາບທາງດ້ານສາສະໜາ ແລະ ບັນດາເຈົ້າໜ້າທີ່ຫວຽດນາມສືບຕໍ່ກີດຂວາງການເຄື່ອນໄຫວຂອງບັນດາກຸ່ມສາສະໜາທີ່ບໍ່ຈົດທະບຽນ.
TAG
vovworld/ສາສະໜາ
Related
More








