VOV WorldVOV World
EU-Mercosur ປະ​ຕິ​ບັດ​ສຳ​ເລັດ​ສັນ​ຍາ​ການ​ຄ້າ​ເສ​ລີ ພາຍຫຼັງ 2 ທົດ​ສະ​ວັດ
11/12/2024 09:41
(VOVWORLD) - ພາຍຫຼັງຢຸດການເຄື່ອນໄຫວມາເປັນໄລຍະຍາວ, ວັນທີ 6 ທັນວາ, ສະຫະພາບ ເອີລົບ (EU) ແລະ ກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur), ໄດ້ປະຕິບັດສຳເລັດສັນຍາການຄ້າເສລີຢ່າງເປັນທາງການ. ສັນຍາໄດ້ຮັບການຕີລາຄາວ່າຈະນຳບັນດາຜົນປະໂຫຍດທາງດ້ານເສດຖະກິດ ແລະ ການເມືອງທີ່ໃຫຍ່ຫຼວງມາໃຫ້ທັງສອງຝ່າຍ, ແຕ່ຍັງມີຄວາມສ່ຽງຖືກກີດຂວາງໃນວິວັດການໃຫ້ສັດຕະຍາບັນຢູ່ ເອີລົບ.
EU-Mercosur ປະ​ຕິ​ບັດ​ສຳ​ເລັດ​ສັນ​ຍາ​ການ​ຄ້າ​ເສ​ລີ ພາຍຫຼັງ 2 ທົດ​ສະ​ວັດ
ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ (EC) ແລະ ປະມຸກລັດບັນດາປະເທດສະມາຊິກ Mercosur (ບຣາຊິນ, ອາກຊັງຕິນ, ອູຣູກວຍ ແລະ ປາຣາກວາຍ) ໄດ້ເຊັນສັນຍາການຄ້າເສລີ EU-Mercosur ທີການພົບປະໃນວັນທີ 6 ທັນວາຢູ່ນະຄອນຫຼວງ Montevideo ຂອງ ອູຣູກວາຍ, ເພື່ອປະຕິບັດສຳເລັດວິວັດການເຈລະຈາທີ່ຫຍຸ້ງຍາກຖືກແກ່ຍາວເປັນເວລາກ່ວາ 2 ທົດສະວັດ.
TAG
VOV/VOVworld/EU/Mercosur

More