VOV WorldVOV World
ຟື້ນຟູຂະແໜງທ່ອງທ່ຽວເພື່ອປະກອບສ່ວນພັດທະນາເສດຖະກິດ
15/08/2022 09:02
(VOVWORLD) -ປະຈຸບັນ ລັດຖະບານພວມຊີ້ນຳຢ່າງຂ້ຽວຂາດໃຫ້ບັນດາກະຊວງ, ຂະແໜງການຜັນຂະຫຍາຍການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຂົງເຂດທ່ອງທ່ຽວ ດ້ວຍມາດຕະການແກ້ໄຂຢ່າງແຮງ
ຟື້ນຟູຂະແໜງທ່ອງທ່ຽວເພື່ອປະກອບສ່ວນພັດທະນາເສດຖະກິດ
ໃນຂອບເຂດກອງປະຊຸມເທື່ອທີ 14 ຄະນະປະຈຳສະພາແຫ່ງຊາດຊຸດທີ 15, ທ່ອງທ່ຽວແມ່ນໜຶ່ງໃນຈຳນວນ 2 ຂົງເຂດເຊິ່ງໄດ້ເລືອກເອົາມາເພື່ອຊັກຖາມ. ສະມາຊິກລັດຖະບານໄດ້ຍົກອອກຫຼາຍມາດຕະການແກ້ໄຂທີ່ວາລະຊັກຖາມກ່ຽວກັບບັນຫາທ່ອງທ່ຽວ ເພື່ອເສີມຂະຫຍາຍບົດບາດເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດຊາດໃນໄລຍະຈະມາເຖິງຢ່າງແທ້ຈິງ.         ຍ້ອນປະຕິບັດບັນດານະໂຍບາຍກ່ຽວກັບການຟື້ນຟູ ແລະ ພັດທະນາການທ່ອງທ່ຽວຢ່າງຄົບຊຸດ, ໃນໄລຍະ 6 ເດືອນຕົ້ນປີ 2022, ການທ່ອງທ່ຽວ ຫວຽດນາມ ບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ. ພິເສດ, ແຕ່ວັນທີ 15 ມີນາ 2022, ການເຄື່ອນໄຫວດ້ານການທ່ອງທ່ຽວທັງໝົົດຂອງ ຫວຽດນາມ ໄດ້ເປີດປະຕູເຄື່ອນໄຫວຄືນໃໝ່. ນີ້ໄດ້ຮັບຖືວ່າແມ່ນຂີດໝາຍສຳຄັນສຳລັບຂະແໜງທ່ອງທ່ຽວ ຫວຽດນາມ.
TAG
VOV/VOVworld/ຂົງເຂດ/ທ່ອງທ່ຽວ/ມາດຕະການແກ້ໄຂ/ຈິດໃຈ

More