VOV WorldVOV World
ຕາ​ເວັນ​ອອກ​ກາງ ພວມ​​ຫຍັບ​ເຂົ້າ​ໃກ້​ຄວາມ​ສ່ຽງເກີດ​ສົງ​ຄາມ​ຮອບ​ດ້ານ
02/10/2024 07:56
(VOVWORLD) - ໂດຍບໍ່ຫົວຊາຕໍ່ບັນດາຄວາມວິຕົກກັງວົນທາງການທູດຈາກຫຼາຍຝ່າຍ, ການສູ້ຢັນກັນລະຫວ່າງ ອິດສະຣາແອັນ ແລະ ກຳລັງ ເຮໂບລາ ຢູ່ລີບັງ ໄດ້ເພີ່ມຄວາມເຄັ່ງຕຶງໄດ້ກາຍເປັນການປະທະກັນໃໝ່ ເມື່ອກອງທັບ ອິດສະຣາແອັນ ເປີດບັ້ນບຸກໂຈມຕີເຂົ້າພາກໃຕ້ ລີບັງ, ຍູ້ທົ່ວເຂດຫຍັບມໍ່ເຂົ້າຄວາມສ່ຽງເກີດສົງຄາມຢ່າງຮອບດ້ານ. ການປະທະກັນນີ້ ປະກົດຢ່າງຈະແຈ້ງກວ່າ ເມື່ອຕອນຄ່ຳວັນທີ 01 ຕຸລາ, ອີຣານ ໄດ້ນຳໃຊ້ລູກສອນໄຟທີ່ມີຄວາມໄວເໜືອສຽງທີ່ທັນສະໄໝທີ່ສຸດ ເລັ່ງໃສ່ ອິດສະຣາແອັນ.
ຕາ​ເວັນ​ອອກ​ກາງ ພວມ​​ຫຍັບ​ເຂົ້າ​ໃກ້​ຄວາມ​ສ່ຽງເກີດ​ສົງ​ຄາມ​ຮອບ​ດ້ານ
ວັນທີ 01 ຕຸລາ, ກອງທັບ ອິດສະຣາແອັນ (IDF) ໄດ້ແຈ້ງເປີດບັ້ນຮົບບຸກໂຈມຕີທາງບົກທີ່ມີຂອບເຂດຢູ່ພາກໃຕ້ ລີບັງ ຢ່າງເປັນທາງການ ເພື່ອແນໃສ່ມ້າງທຳລາຍບັນດາພື້ນຖານໂຄງລ່າງການທະຫານຂອງກຳລັງ ເຮໂບລາ, ສ້າງຂີດໝາຍສອງຝ່າຍຍູ້ສະພາວະສູ້ຢັນກັນມາແຕ່ໃດ ກາຍເປັນການປະທະກັນໃໝ່ຢ່າງເປັນທາງການ ດ້ວຍໄພນາບຂູ່ຮ້າຍແຮງຫຼາຍຢ່າງ.
TAG
VOV/VOVworld/ອິດ​ສະ​ຣາ​ແອັນ/ຕ​າ​ເວັນ​ອອກ​ກາງ/ສ​ປ​ຊ/​ສົງ​ຄາມ​ຮອບ​ດ້ານ

More