ຕ້ານການປ່ຽນແປງຂອງດິນຟ້າອາກາດ-ໜ້າທີບໍ່ງ່າຍດາຍ
02/12/2014 11:58
ກອງປະຊຸມຄັ້ງທີ 20 ຂອງສະຫະປະຊາຊາດກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ COP- 20 ພວມຖືກດຳເນີນຢູ່ລີມາປະເທດເປຣູ

ກອງປະຊຸມຄັ້ງທີ 20 ຂອງສະຫະປະຊາຊາດກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ COP- 20 ພວມຖືກດຳເນີນຢູ່ລີມາປະເທດເປຣູ. ຜູ້ຕາງໜ້າຂອງເກືອບ 200 ປະເທດໄດ້ເຂົ້າຮ່ວມກອງປະຊຸມເພື່ອປຶກສາຫາລືກ່ຽວກັບວິທີການຫຼຸດຜ່ອນອາຍພິດ, ຕ້ານການປ່ຽນແປງຂອງດິນຟ້າອາກາດດ້ວຍຈຸດໝາຍໃຫ້ບັນລຸສັນຍາສາກົນໃນຮອບ 1 ປີຂ້າງໜ້າກໍຄືວິທີຊຸກຍູ້ແຜນການດຳເນີນງານຂອງຢູ່ແຕ່ລະປະເທດ. ແຕ່ນີ້ແມ່ນຈຸດໝາຍທີ່ບໍ່ງ່າຍດາຍໃນສະພາວະທີ່ບັນດາປະເທດຍັງມີຄວາມບໍ່ລົງລອຍກັນ. ກອງປະຊຸມຄັ້ງທີ 20 ຂອງສະຫະປະຊາຊາດກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ COP- 20 ຖືກດຳເນີນຢູ່ລີມາປະເທດເປຣູ ໂດຍຖືກແກ່ຍາວເກືອບ 2 ອາທິດ(1-12/12), ກອງປະຊຸມຄັ້ງທີ 20 ຂອງສະຫະປະຊາຊາດກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ COP- 20 ແມ່ນກອງປະຊຸມຄັ້ງສຸດທ້າຍກ່ອນຈຸດເວລາບັນດາປະເທດຕ້ອງເຊັນສັນຍາໃໝ່ເພື່ອທົດແທນອະນຸສັນຍາ Kyoto . ໃນການເຮັດວຽກເປັນເວລາ 12 ວັນ, ຜູ້ຕາງໜ້າບັນດາປະເທດ ແລະ ເຂດແຄ້ວນທີ່ເຂົ້າຮ່ວມສັນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ (UNFCC) ໄດ້ສຸມໃສ່ປຶກສາຫາລືກ່ຽວກັບສົນທິສັນຍາທົ່ວໂລກສະບັບໃໝ່ໂດຍສະຫະປະຊາຊາດປົກປ້ອງ, ກຳນົດຈຸດໝາຍຈຳກັດລະດັບເພີ່ມອຸນຫະພູມຂອງໜ່ວຍໂລກ ບໍ່ເກີນ 2 ອົງສາ C ເມື່ອທຽບໃສ່ໄລຍະເບື້ອງຕົ້ນຂອງການຫັນເປັນອຸດສາຫະກຳ. ບັນດາຜູ້ແທນຈະຍົກອອກບັນດາຄຳໝັ້ນສັນຍາເພື່ອປົກປັກຮັກສາສະພາບແວດລ້ອມຕໍ່ໜ້າການທຳລາຍຢ່າງຮ້າຍແຮງຍ້ອນການກະທົບຂອງມະນຸດ.
TAG
vov/vovworld/ດິນຟ້າອາກາດ
Related
More








