VOV WorldVOV World
ຕ້ານກໍ່ການຮ້າຍ - ໜ້າທີ່ຂອງໝົດທຸກຄົນ
24/02/2015 13:47
ໃນ​ສ​ະ​ພາບ​ທີ່​ລັດ​ທິກໍ່​ການ​ຮ້າຍສາ​ມາດ​ແຜ່​ລາມ​ອອກກວ້າງ​ຂວາງນັ້ນ, ໃນ​ຊຸມມື້​ທີ່​ຜ່ານ​ມາ, ຫຼາຍ​ປະ​ເທດພ້ອມ​ດ້ວຍ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ມີ​ບັນ​ດາ​ການ​ກະ​ທຳ​ແນ​ໃສ່​ສະ​ກັດ​ກັ້ນ​ໄພ​ອັນ​ຕະ​ລາຍນີ້
ຕ້ານກໍ່ການຮ້າຍ - ໜ້າທີ່ຂອງໝົດທຸກຄົນ
ໃນ​ສ​ະ​ພາບ​ທີ່​ລັດ​ທິກໍ່​ການ​ຮ້າຍສາ​ມາດ​ແຜ່​ລາມ​ອອກກວ້າງ​ຂວາງນັ້ນ, ໃນ​ຊຸມມື້​ທີ່​ຜ່ານ​ມາ, ຫຼາຍ​ປະ​ເທດພ້ອມ​ດ້ວຍ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ມີ​ບັນ​ດາ​ການ​ກະ​ທຳ​ແນ​ໃສ່​ສະ​ກັດ​ກັ້ນ​ໄພ​ອັນ​ຕະ​ລາຍນີ້. ແຕ່​ການ​ສູ້​ຮົບ​ຕ້ານກໍ່​ການ​ຮ້າຍຕ້ອງ​ໃຊ້​ເວ​ລາ​ຍາວ​ນານ ແລະ ຈຳ​ເປັນ​ຕ້ອງ​ການ​ສົມ​ທົບ​ກັນ​ລະ​ຫວ່າງ​ທຸກ​ຝ່າຍ.   ກະ​ສັດ​ອົງ​ໃໝ່​ຂອງ​ປະ​ເທດຊາ​ອຸ​ດິ​ອາ​ຣາ​ເບັຍ Salman Bin Abdulaziz Al Saud ທີ່ກອງ​ປະ​ຊຸມ​ສາ​ກົນກ່ຽວ​ກັບ​ການ ຕ້ານກໍ່​ການ​ຮ້າຍ​​ຖືກ​ຈັດ​ຂຶ້ນຢູ່ Mecca ຂອງ ຊາ​ອຸ​ດິ​ອາ​ຣາ​ເບັຍ    (ພາບ: Reuters)     ໃນ 2-3 ມື້​ທີ່​ຜ່ານ​ມາ, ກອງ​ປະ​ຊຸມ​ສາ​ກົນກ່ຽວ​ກັບ​ການ ຕ້ານກໍ່​ການ​ຮ້າຍ​ໄດ້​ຖືກ​ຈັດ​ຂຶ້ນ 2 ຄັ້ງ​ຢູ່​ອາ​ເມ​ລິ​ກາ ແລະ ຊາ​ອຸ​ດິ​ອາ​ຣາ​ເບັຍ ແນ​ໃສ່​ຊອກ​ຫາ​ສຽງ​ເວົ້າ​ລ​ວມ​ຂອງ​ປະ​ຊາ​ຄົມ​ໂລກ​ໃນ​ການ ການ​ສູ້​ຮົບ​ຕ້ານກໍ່​ການ​ຮ້າຍ. ພ້ອມ​ກັບ​ບັນ​ດາ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ມີຫຼາຍ​ປະ​ເທດ​ຍັງ​ປະ​ກາດ​ແຜນ​ການ​ສະ​ເພາະ​ຂອງ​ຕົນ​ເພື່ອ​ສະ​ກັດ​ກັ້ນ​ການ​ແຜ່​ລາມ​ອອກ​ສູ່​ວົງ​ກວ້​າງຂອງ ລັດ​ທິກໍ່​ການ​ຮ້າຍ​ຢູ່​ປະ​ເທດ​ຕົນ​ເອງ.     
TAG
vov/vovworld/ກໍ່​ການ​ຮ້າຍ

More