ໝາກຜົນການເລືອກຕັ້ງສ່ອງແສງເຖິງການເລືອກເຟັ້ນ ຂອງຜູ້ມີສິດເລືອກຕັ້ງຢ່າງຖືກຕ້ອງ
13/06/2016 11:11
ດ້ວຍອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດບັນລຸ 99,35%, ຊຶ່ງແມ່ນອັດຕາສູງສຸດໃນບັນດາການເລືອກຕັ້ງຄັ້ງມໍ່ໆມານີ້, ຈຳນວນຜູ້ໄດ້ຮັບການເລືອກຕັ້ງແມ່ນຄົນໜຸ່ມ, ມີລະດັບວຸດທິສຶກສາຂັ້ນມະຫາວິທະຍາໄລ, ເໜືອມະຫາວິທະຍາໄລແມ່ນຫຼາຍກວ່າເມື່ອທຽບໃສ່ຊຸດກ່ອນໆ

ດ້ວຍອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດບັນລຸ 99,35%, ຊຶ່ງແມ່ນອັດຕາສູງສຸດໃນບັນດາການເລືອກຕັ້ງຄັ້ງມໍ່ໆມານີ້, ຈຳນວນຜູ້ໄດ້ຮັບການເລືອກຕັ້ງແມ່ນຄົນໜຸ່ມ, ມີລະດັບວຸດທິສຶກສາຂັ້ນມະຫາວິທະຍາໄລ, ເໜືອມະຫາວິທະຍາໄລແມ່ນຫຼາຍກວ່າເມື່ອທຽບໃສ່ຊຸດກ່ອນໆ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນອາຍຸການ 2016-2021 ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ໝາກຜົນການເລືອກຕັ້ງສ່ອງແສງເຖິງການເລືອກເຟັ້ນຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດຢ່າງຖືກຕ້ອງ. “ໄຊຊະນະທຳອິດ ແລະ ສຳຄັນກວ່າໝູ່ຂອງ ການເລືອກຕັ້ງຄັ້ງນີ້ ກໍແມ່ນໄຊຊະນະຂອງປະຊາທິປະໄຕ, ການເປີດເຜີຍ ແລະ ຄວາມໂປ່ງໃສ”. ນັ້ນແມ່ນຄຳຢືນຢັນຂອງທ່ານຫງວຽນແຫ້ງຟຸກ, ເລຂາທິການໃຫຍ່ສະພາແຫ່ງຊາດຫວຽດນາມ, ຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ກ່ຽວກັບໝາກຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະມາຊິກສະພາປະຊາຊົນອາຍຸການ 2016-2021 ໃນວັນທີ 22/5 ທີ່ຜ່ານມາ.
TAG
vovworld/ການເລືອກຕັ້ງ
Related
More








