VOV WorldVOV World
ໝາກຜົນການເລືອກຕັ້ງຢູ່ເກຼັກ: ຜູ້ດີໃຈ, ຄົນເປັນຫ່ວງ
27/01/2015 11:41
ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ພັກ​ຊີ​ຣີ​ຢາ​ຝ່ານ​ຊ້າຍ​ຢູ່ເກຼັກສາ​ມາ​ດ​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ກ່ອນ​ກຳ​ນົດ ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 25/1
ໝາກຜົນການເລືອກຕັ້ງຢູ່ເກຼັກ: ຜູ້ດີໃຈ, ຄົນເປັນຫ່ວງ
ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ພັກ​ຊີ​ຣີ​ຢາ​ຝ່ານ​ຊ້າຍ​ຢູ່ເກຼັກສາ​ມາ​ດ​ຍາດ​ໄດ້​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ​ກ່ອນ​ກຳ​ນົດ ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 25/1. ສິ່ງນີ້​ແມ່ນ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລ​ື່ອງ​ການ​ນຳ​ພັກ​ຊ​ີ​ຣີ​ຢາ, ທ່ານ Alexis Tsipras ກາຍ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່​ຂອງ ເກຼັກ ແລະ ກໍ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ສົງ​ຄາມ​ໂລກ​ຄັ້ງ​ທີ 2, ມີ​ພັກ​ຝ່າຍ​ຊ້າຍ​ໄດ້​ຂຶ້ນ​ກຳ​ອຳ​ນາດ​ຢູ່​ປະ​ເທດນີ້. ກົງ​ກັນ​ຂ້າມ​ກັບ​ຄວາມ​ພູມ​ໃຈ​ຂອງ​ຊາວ ເກຼັກ, ຫຼາຍ​ປະ​ເທດ EU ພວມ​ສະ​ແດງ​ຄວາມ​ເປັນ​ຫ່ວງ ເມື່ອພັກ​ຊີ​ຣີ​ຢາ ແມ່ນ​ພັກ​ຄັດ​ຄ້ານ​ນະ​ໂຍ​ບາຍ​ຮັດ​ເຂັມ​ຄັດ​ຂອງ EU ແຕ່​ດົນ​ນານ​ມາ​ແລ້ວ.   ພັກ​ຊີ​ຣີຢາຍາດ​ໄດ້ໄຊ​ຊະ​ນະ​ຢ່າງ​ຂາດ​ຂັ້ນ​    ໝາກ​ຜົນ​ການ​ເລືອກ​ຕັ້ງຢ່າງ​ເປັນ​ທາງ​ການ​ໂດຍ​ກະ​ຊວງ​ພາຍ​ໃນ ເກຼັກ ປະ​ກາດ​ເມື່ອ​ວັນ​ທີ 26/1 ໄດ້​ຢັ້ງ​ຢືນ​ໄຊ​ຊະ​ນະ​ຢ່າງ​ຂາດ​ຂັ້ນ​ຂອງ ພັກ​ຊີ​ຣີຢາ. ຕາມນັ້ນ​ແລ້ວ, ພັກ​ນີ້​ໄດ້​ຮັບ​ໄຊ​ຊະ​ນະ​ດ້ວຍ 36,37% ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ, ເທົາ່​ກັບ 149/ 300 ທີ່​ນັ່ງ​ໃນ​ສະ​ພາ​ແຫ່ງ​ຊາດ ເກຼັກ. ໝາກ​ຜົນ​ນ​ີ້ໄດ້ລື່ນ​ກາຍ​ຢ່າງ​ຂາດ​ຂັ້ນ​ເມື່ອ​ທຽບ​ໃສ່​ພັກ​ປະ​ຊາ​ທິ​ປະ​ໄຕໃໝ່ ND ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Antonis Samaras ຂະ​ນະ​ທີ່​ຍາດ​ໄດ້​ພຽງ 76 ທີ່​ນັ່ງ​ເທົ່າ​ນັ້ນ.    
TAG
vov/vovworld/ໄຊ​ຊະ​ນະ/ພັກ

More