VOV WorldVOV World
ຫັນກົນໄກຮ່ວມມືເສດຖະກິດທົ່ວພາກພື້ນໃຫ້ປະກົດຜົນເປັນຈິງ
02/03/2015 08:28
(vovworld)-ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ເພື່ອ​ຊຸກ​ຍູ້​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ (AEC)
ຫັນກົນໄກຮ່ວມມືເສດຖະກິດທົ່ວພາກພື້ນໃຫ້ປະກົດຜົນເປັນຈິງ
(vovworld)-ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ເພື່ອ​ຊຸກ​ຍູ້​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ (AEC) ຫາກໍ່​ອັດ​ລົງ​ໃນ​ວັນ​ທີ 1/3 ພາຍ​ຫລັງປະ​ຊຸມ​ມາ​ເປັນ​ເວ​ລາ 3 ມື້ ຢູ່ ມ​າ​ເລ​ເຊຍ. ນະ​ທີ່ນີ້, ບັນ​ດາ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ ອາ​ຊຽນ ໄດ້​ເຫັນ​ດີ​ນຳ​ກັນ ຫັນ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົ​ມ​ເສດ​ຖະ​ກິດ​ອາ​ຊຽນ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ພ້ອມ​ທັງ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ RCEP ໃນ​ທ້າຍ​ປີ 2015. ເປັນ​ຫນ້າ​ສົນ​ໃຈ, ໃນ​ຈຳ​ນວນບັນ​ດາ​ສະ​ມາ​ຊິກ ອາ​ຊຽນ, ປະ​ຈຸ​ບັນ ຫວຽດ​ນາມ ນອນ​ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ​ນຳ​ຫນ້າ​ກ່ຽວ​ກັບ​ການ​ສຳ​ເລັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ.
TAG
vovworld/ປະ​ຊາ​ຄົມ​ເສດ​ຖະ​ກິດ

More