VOV WorldVOV World
ໜໍ່ແໜງແຍກຕົວອອກ ເປັນສິ່ງທ້າທາຍຕໍ່ອະທິປະໄຕຂອງຫຼາຍປະເທດເອີລົບ
13/11/2014 12:17
ພາຍຫຼັງ​ເຫດ​ການ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາວ​ສະ​ກົດ​ແລນກວ່າ 4 ລ້ານ​ຄົນ​ໄປ​ປ່ອນ​ບັດ​ໃນ​ການ​ລົງ​ປະ​ຊາ​ມະ​ຕິ​ທວງເອົາ​ເອ​ກະ​ລາດ​ກ່ອນນີ້​ເກືອບ 2 ເດືອນ. ເຂດ Catalonia ຢູ່​ແອ​ດ​ປາຍ ຫາ​ກໍດຳ​ເນີນການ​ລົງ​ປະ​ຊາ​ມະ​ຕິ
ໜໍ່ແໜງແຍກຕົວອອກ ເປັນສິ່ງທ້າທາຍຕໍ່ອະທິປະໄຕຂອງຫຼາຍປະເທດເອີລົບ
  ພາຍຫຼັງ​ເຫດ​ການ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາວ​ສະ​ກົດ​ແລນກວ່າ 4 ລ້ານ​ຄົນ​ໄປ​ປ່ອນ​ບັດ​ໃນ​ການ​ລົງ​ປະ​ຊາ​ມະ​ຕິ​ທວງເອົາ​ເອ​ກະ​ລາດ​ກ່ອນນີ້​ເກືອບ 2 ເດືອນ. ເຂດ Catalonia  ຢູ່​ແອ​ດ​ປາຍ ຫາ​ກໍດຳ​ເນີນການ​ລົງ​ປະ​ຊາ​ມະ​ຕິດ້ວຍ​ໝາກ​ຜົນ​ການ​ສະ​ໜັບ​ສະ​ໜູນຕໍ່​ການ ທວງເອົາ​ເອ​ກະ​ລາດ​ຂຶ້ນ​ເຖິງ 80%. ເຖິງວ່ານີ້​ແມ່ນ ການ​ລົງ​ປະ​ຊາ​ມະ​ຕິ​ຖືກ​ຖື​ວ່າ ລະ​ເມີດ​ລັດ​ຖະ​ທຳ​ມະ​ນູນ ແລະ ບໍ່​ມີ​ຄຸນ​ຄ່າ​ກໍ​ຕາມ, ແຕ່​ເລື່ອງເຂດ Catalonia ເດີນ​ຕາມ​ແບ​ບ​ສະ​ກົດ​ແລນນັ້ນ ແມ່ນ​ການ​ກ່າວ​ເຕືອນ, ເຮັດ​ໃຫ້​ບັນ​ດາ​ການ​ນຳ EU ຕ້ອງ​ຄິດ​ໄລ​ເຖິງ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ເພື່ອ​ຈຳ​ກັດ​ໜໍ່​ແໜງແຍກ​ຕົວ​ອອກ​ຊຶ່ງ​ພວມ​ມີ​ໄພ​ແຜ່​ລາມ​ອອກ​ສູ່​ວົງ​ກ້​ວາງ, ເປັນ​ສິ່ງທ້າ​ທາຍຕໍ່​ອະ​ທິ​ປະ​ໄຕ​ຂອງຫຼາຍ​ປະ​ເທດ​ໃນ​ທະ​ວີບນີ້. ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາວ​ Catalonia ໄປ​ປ່ອນ​ບັດ    ກ່ອນ​ອື່ນ​ໝົດ, ບັນ​ດາ​ຕົວ​ເລກ​ໃນ​ປ່ອຍ​ບັດ​ລົງ​ປະ​ຊາ​ມະ​ຕິຢູ່ເຂດ Catalonia​ໄດ້​ສະ​ແດງ​ໃຫ້​ເຫັນ​ຫຼາຍ​ສິ່ງຫຼາຍ​ຢ່າງ. ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ 2 ລ້ານ​ຄົນ​ໃນ​ຈຳ​ນວນ​ທັງ​ໝົດ 5,4 ລ້ານ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ ແລະ ໃນ​ນັ້ນ​ມີ​ເຖິງ 80% ໄດ​້ສະ​ໜັບ​ສະ​ໜູນຕໍ່​ການ ທວງເອົາ​ເອ​ກະ​ລາດ. ເຖິງວ່າ​ສານ​ລັດ​ຖະ​ທຳ​ມະ​ນູນ​ແອດ​ປາຍບໍ່​ອະ​ນຸ​ຍາດ​ໃຫ້​ຈັດ​ຕັ້ງ ແລະ ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ​ຖະ​ແຫຼງວ່າ ໝາກ​ຜົນ​ການ​ປ່ອນ​ບັດ​ບໍ່​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ແຕ່​ຢ່າງ​ໃດ​ກໍ​ຕາມ, ແຕ່​ກໍ​ຕ້ອງຍອມ​ຮັບ​ວ​່າ ຝ່າຍ​ແຍກ​ຕົວ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຂະ​ນະ​ທີ່​ໄດ້​ລະ​ດົມ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ສະ​ກົດ​ແລນຈຳ​ນວນ​ເຫຼົ່າ​ນັ້ນ​ໄປ​ປ່ອນ​ບັດ.    
TAG
vov/vovworld/ປ່ອນ​ບັດ​ເລືອກ​ຕັ້ງ

More