VOV WorldVOV World
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ນຳ​ການ​ພົວ​ພັນກັບ ສ​ປຊ ແລະ ESCAP ເຂົ້າ​ສູ່​ລວງ​ເລິກ ແລະ ແທດຈິງ​ກ່​ວາເກົ່າ
25/05/2022 09:13
(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 78 ຂອງຄະນະກຳມະການເສດຖະກິດ - ສັງຄົມເຂດອາຊີ - ປາຊີຟິກຂອງ ສປຊ (ESCAP) ນັບແຕ່ວັນທີ 22 - 23 ພຶດສະພາ ຢູ່ສຳນັກງານຂອງ ອົງການນີ້ຢູ່ນະຄອນຫຼວງ ບັງກອກ, ປະເທດໄທ. ເລື່ອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມກອງປະຊຸມຄັ້ງທີ 78 ຂອງ ESCAP ສະແດງໃຫ້ເຫັນວ່າ ລັດຖະບານ ຫວຽດນາມ ຕີລາຄາສູງການຮ່ວມມືກັບ ສປຊ ເວົ້າລວມ ແລະ ESCAP ເວົ້າສະເພາະຢ່າງມີປະສິດທິຜົນໃນຕະຫຼອດໄລຍະ 45 ປີຜ່ານມາ, ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງ ນຳການພົວພັນກັບ ສປຊ ແລະ ESCAP ເຂົ້າສູ່ລວງເລິກ ແລະ ແທດຈິງກ່ວາເກົ່າໃນໄລຍະຈະມາເຖິງ.
ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ນຳ​ການ​ພົວ​ພັນກັບ ສ​ປຊ ແລະ ESCAP ເຂົ້າ​ສູ່​ລວງ​ເລິກ ແລະ ແທດຈິງ​ກ່​ວາເກົ່າ
ທ່ານຮອງນາຍົກລັດຖະມົນຕີ  ຫວຽດນາມ ຫວູດຶກດາມ ເຂົ້າຮ່ວມ ກອງປະຊຸມປະຈຳປີຄັ້ງທີ 78 ຂອງຄະນະກຳມະການເສດຖະກິດ - ສັງຄົມເຂດອາຊີ - ປາຊີຟິກຂອງ ສປຊ (ESCAP) ກອງປະຊຸມປະຈຳປີ ESCAP ຄັ້ງທີ 78 ແມ່ນກອງປະຊຸມໃຫຍ່ທີ່ສຸດພາກພື້ນ ອາຊີ - ປາຊີຟິກ ເພື່ອແນໃສ່ພິຈາລະນາ ແລະ ປຶກສາຫາລືບັນຫາ ເສດຖະກິດ - ສັງຄົມ ແລະ ຊຸກຍູ້ການຮ່ວມມືພາກພື້ນ, ຍູ້ແຮງວິວັດທະນາການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ຢູ່ແຕ່ລະປະເທດສະມາຊິກ ແລະ ໃນຂອບເຂດທົ່ວພາກພື້ນ.         ດ້ວຍຫົວຂໍ້ “ໂຄງການດຳເນີນງານລວມ ເພື່ອແນໃສ່ຊຸກຍູ້ການພັດທະນາແບບຍືນຍົງຢູ່ອາຊີ - ປາຊີຟິກ”, ກອງປະຊຸມຄັ້ງທີ 78 ຂອງ ESCAP ສຸມໃສ່ປຶກສາຫາລືບັນດາຂົງເຂດຫຼັກແຫຼ່ງໃນປັດຈຸບັນຂອງພາກພື້ນ ຄື ຟື້ນຟູ ແລະ ເຕີບໂຕຢ່າງແຮງ ແລະ ຍືນຍົງ, ຊຸກຍູ້ການຄ້າ, ການລົງທຶນ, ຮັບປະກັນການເຊື່ອມຕໍ່ ແລະ ລະບົບການສະໜອງແບບຍືນຍົງ, ຍູ້ແຮງການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຍາດແຍ່ງກາລະໂອກາດຈາກເຕັກໂນໂລຢີດີຈີຕອນ, ຫັນຄຳໝັ້ນສັນຍາຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ປະກົດຜົນເປັນຈິງ…
TAG
VOV/VOVworld/ຫວຽດ​ນາມ/ສ​ປຊ/ESCAP

More