ຫວຽດນາມ ແລະ ຄວາມມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດ
11/11/2024 09:49
(VOVWORLD) - ວັນທີ 11 ພະຈິກ, ກອງປະຊຸມຄັ້ງທີ 29 ບັນດາຝ່າຍເຂົ້າຮ່ວມກອບສົນທິສັນຍາຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP29) ໄດ້ດຳເນີນຢູ່ Baku, ອາເຊັກໄບຢານ. ເຂົ້າຮ່ວມກອງປະຊຸມ COP 29, ຫວຽດນາມ ສະໜັບສະໜູນທັດສະນະທີ່ວ່າ ບັນດາປະເທດພັດທະນາຕ້ອງຮັບປະກັນເປົ້າໝາຍການເງິນດ້ານດິນຟ້າອາກາດ ແລະ ເປີດເຜີຍແຫຼ່ງລາຍຮັບ, ກໍຄືບັນດາບ້ວງເງິນໃຊ້ຈ່າຍຜ່ານບົດລາຍງານປະຈຳປີ. ຫວຽດນາມ ສະເໜີ ການໃຊ້ຈ່າຍແກ່ການຮັບມືທີ່ເໝາະສົມ ແລະ ຫຼຸດຜ່ອນອາຍພິດເຮືອນແກວ້ນັ້ນ ແມ່ນຕ້ອງມີຄວາມຄ້າຍຄືກັນ.

ບົດລາຍງານໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2024; ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມ ປີ 2025 ໃນກອງປະຊຸມຂອງສະພາແຫ່ງຊາດໃນຕອນເຊົ້າວັນທີ 21 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໃຫ້ຮູ້ວ່າ ລັດຖະບານ ໄດ້ລະດົມບັນດາແຫຼ່ງກຳລັງຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໂດຍສະເພາະແມ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ແລະ ພາກກາງ ຫວຽດນາມ. ໃນນັ້ນ, ປີ 2023 ໄດ້ຈັດແບ່ງເງິນຈຳນວນກວ່າ 170 ລ້ານ USD ແກ່ການຟື້ນຟູສະພາບດິນເຊາະເຈື່ອນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ; ຕັ້ງໜ້າແກ້ໄຂຄວາມຫຍຸ້ງຍາກ, ຍູ້ໄວຄວາມຄືບໜ້າໃນການຜັນຂະຫຍາຍ 16 ໂຄງການພັດທະນາເຂດທົ່ງພຽງແມ່ນ້ຳຂອງ ຫວຽດນາມ ແບບຍືນຍົງ ດ້ວຍເງິນກູ້ຕ່າງປະເທດ ປະມານ 2,5 ຕື້ USD. ພ້ອມທັງ, ຜັນຂະຫຍາຍບັນດາໂຄງການເຄື່ອນໄຫວພັດທະນາສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນການປ່ອຍອາຍພິດ, ຫັນປ່ຽນພະລັງງານ.
TAG
VOV/VOVworld/ການເຕີບໂຕສີຂຽວ/ການປ່ຽນແປງຂອງດິນຟ້າອາກາດ/“ສາມັກຄີ ເພື່ອໂລກສີຂຽວ”
Related
More








