ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ເພື່ອແບ່ງປັນຄວາມຮັບຜິດຊອບ ກ່ຽວກັບບັນດາບັນຫາຮີບດ່ວນຂອງໂລກ
15/11/2024 07:23
(VOVWORLD) - ແຕ່ວັນທີ 16-19 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພ້ອມດ້ວຍພັນລະຍາ ຈະນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢູ່ນະຄອນ Rio de Janeiro, Brazil ຕາມຄຳເຊີນຂອງທ່ານ Luiz Inácio Lula da Silva ປະທານາທິບໍດີ Brazil, ປະທານ G20 ປີ 2024 ແລະ ພັນລະຍາ; ໄປຢ້ຽມຢາມ ສາທາລະນະລັດ Dominica ຢ່າງເປັນທາງການແຕ່ວັນທີ 19-21 ຕາມຄຳເຊີນຂອງທ່ານ Luis Abinader ປະທານາທິບໍດີ Dominica ແລະ ພັນລະຍາ. ນີ້ແມ່ນຄັ້ງທຳອິດທີ່ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ເຖິງວ່າ ຫວຽດນາມ ບໍ່ໄດ້ດຳລົງຕຳແໜ່ງປະທານໝູນວຽນຂອງເວທີປາໄສຫຼາຍຝ່າຍໃດ. ສິ່ງດັ່ງກ່າວໄດ້ຢັ້ງຢືນບົດບາດ ແລະ ອິດທິພົນຊື່ທີ່ສຽງນັບມື້ນັບສູງຂອງ ຫວຽດນາມ ໃນເວທີສາກົນ ກໍ່ຄືສ້າງເງື່ອນໄຂເພື່ອໃຫ້ ຫວຽດນາມ ຊຸກຍູ້ການຄ້າ, ການລົງທຶນ ແລະ ການຮ່ວມມືກັບບັນດາປະເທດສະມາຊິກ G20.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ພັນລະຍາ (ພາບ: baoquocte.vn ) ກອງປະຊຸມສຸດຍອດ G20 ຄັ້ງນີ້ມີຫົວເລື່ອງ “ສ້າງໂລກແຫ່ງຍຸດຕິທຳ ແລະ ຍືນຍົງ”. ນອກຈາກບັນດາສະມາຊິກສົມບູນຂອງ G20, ກອງປະຊຸມສຸດຍອດປີນີ້ ຍັງມີການເຂົ້າຮ່ວມຂອງປະມຸກລັດ, ການນຳລັດຖະບານຂອງ 19 ປະເທດແຂກຖືກເຊີນ ແລະ ການ 15 ອົງການຈັດຕັ້ງສາກົນຫຼັກແຫຼ່ງ.
TAG
VOV/VOVworld/ກອງປະຊຸມສຸດຍອດ G20/ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ພັນລະຍາ/ທ່ານປະທານາທິບໍດີ Brazil Lula da Silva/ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມແທງບິນ/ທ່ານລັດຖະມົນຕີກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ
Related
More








