VOV WorldVOV World
ຫວຽດ​ນາມ ຕັດ​ສິນ​ໃຈ​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ໃຫ້​ໄດ້
16/12/2024 08:32
(VOVWORLD) - ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ຫາກໍ່ດຳເນີນໃນອາທິດຜ່ານມາ, ຢູ່ຮ່າໂນ້ຍ, ພາຍໃຕ້ການຊີ້ນຳໂດຍກົງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນວ່າ ການພັດທະນາຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ ແມ່ນການຄັດເລືອກຍຸດທະສາດຂອງ ຫວຽດນາມ, ຕ້ອງຕັດສິນໃຈເຮັດໃຫ້ໄດ້, ຕ້ອງລົງທຶນສ້າງລະບອບລະບຽບການ, ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດຢ່າງຮອບດ້ານ, ສ້າງບາດກ້າວບຸກທະລຸໃຫ້ແກ່ ຫວຽດນາມ ໃນໄລຍະໃໝ່.
ຫວຽດ​ນາມ ຕັດ​ສິນ​ໃຈ​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ ໃຫ້​ໄດ້
ໃນທ່າອ່ຽງຫັນລະບົບສະໜອງເປັນຫຼາຍຮູບຫຼາຍແບບ ແລະ ການຜັນແປຢ່າງສັບສົນກ່ຽວກັບພູມີສາດການເມືອງໃນໂລກ, ຫວຽດນາມ ພວມພົ້ນເດັ່ນຂຶ້ນເປັນສະຖານທີ່ທີ່ດູດດື່ມສຳລັບນັກລົງທຶນໃນຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ດ້ວຍທ່າໄດ້ປຽບຫຼາຍຢ່າງ, ເຊັ່ນ: ຄວາມຕັດສິນໃຈດ້ານການເມືອງສູງ, ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດທີ່ສະດວກ, ກຳລັງແຮງງານມີຄຸນນະພາບ, ມີບໍລິມາດດິນປະເສີດຫຼາຍອັນດັບທີ 2 ໃນໂລກ. ນອກຈາກນັ້ນແລ້ວ, ຫວຽດນາມ ຍັງມີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບເກືອບທຸກປະເທດທີ່ມີຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າພັດທະນາ… ນີ້ແມ່ນທ່າໄດ້ປຽບອັນໃຫຍ່ຫຼວງເພື່ອໃຫ້ ຫວຽດນາມ ສາມາດສ້າງຂີດໝາຍໃນຂະແໜງອຸດສາຫະກຳເຄິ່ງຊັກນຳໄຟຟ້າທົ່ວໂລກນີ້.  
TAG
VOV/VOVworld/​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ/ອຸດ​ສາ​ຫະ​ກຳ/ຄວາມ​ຕັດ​ສິນ​ໃຈ/ຊັບ​ພະ​ຍາ​ກອນ​ມະ​ນຸດ

More