VOV WorldVOV World
ຫວຽດ​ນາມ ກັບ​ສາ​ນ​ສັນ​ຕິ​ພາບ
25/11/2024 09:58
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຫາກໍ່ສິ້ນສຸດການຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມຄົບຄະນະຄັ້ງທີ 12 ຂອງກອງປະຊຸມສາກົນບັນດາພັກການເມືອງ ອາຊີ (ICAPP) ແລະ ມີບົດກ່າວປາໄສຢູ່ກອງປະຊຸມຄົບຄະນະຄັ້ງທີ 11 ຂອງລັດຖະສະພາສາກົນ ເພື່ອຄວາມໂອບເອື້ອອາລີ ແລະ ສັນຕິພາບ (IPTP 11). ການເຄື່ອນໄຫວຄັ້ງນີ້ ໄດ້ປະກອບສ່ວນປັບປຸງຄວາມໄວ້ວາງໃຈຍຸດທະສາດ ແລະ ເຮັດໃຫ້ການພົວພັນ ຫວຽດນາມ - ກຳປູເຈຍ ເລິກເຊິ່ງຂຶ້ນຕື່ມ. ພິເສດ, ຫວຽດນາມ ໄດ້ສົ່ງສານພ້ອມແລ້ວສະໜັບສະໜູນບັນດາຂໍ້ລິເລີ່ມປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.
ຫວຽດ​ນາມ ກັບ​ສາ​ນ​ສັນ​ຕິ​ພາບ
ດ້ວຍເກືອບ 30 ກິດຈະກຳ, ການເຄື່ອນໄຫວຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິິນ ໄດ້ປະສົບຜົນສຳເລັດທັງໃນແງ່ມູນການພົວພັນສອງຝ່າຍ ແລະ ຫຼາຍຝ່າຍ, ບໍ່ພຽງແຕ່ປັບປຸງ, ເພີ່ມທະວີການພົວພັນ ຫວຽດນາມ - ກຳປູເຈຍ ເທົ່ານັ້ນ, ຫາກຍັງເຮັດໃຫ້ຄວາມໄວ້ວາງໃຈດ້ານການເມືອງມີຄວາມເລິກເຊິ່ງຂຶ້ນຕື່ມ ແລະ ຍົກສູງການຮ່ວມມືກັບບັນດາພັກການເມືອງຢູ່ພາກພື້ນ ອາຊີ ເທົ່ານັ້ນ ຫາກຍັງສົ່ງສານກ່ຽວກັບແນວທາງການຕ່າງປະເທດຂອງ ຫວຽດນາມ ເຖິງບັນດາພັກການເມືອງ, ລັດຖະສະພາ, ສະມາຊິກລັດຖະສະພາບັນດາປະເທດອີກດ້ວຍ.
TAG
VOV/VOVworld/ກຳ​ປູ​ເຈຍ/ປະ​ທານ​ສະ​ພາ​ແຫ່ງ​ຊາດ/IPTP 11/ICAPP 12

More