ຫວຽດນາມຍົກອອກຫຼາຍຄຳໝັ້ນສັນຍາ ເພື່ອພື້ນຖານເສດຖະກິດມະຫາສະໝຸດຍືນຍົງ
18/05/2022 08:59
(VOVWORLD) - ກອງປະຊຸມສາກົນກ່ຽວກັບເສດຖະກິດມະຫາສະໝຸດຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຫາກໍ່ຈັດຂຶ້ນຢູ່ຮ່າໂນ້ຍ. ບັນດາໝາກຜົນບັນລຸໄດ້ທີ່ກອງປະຊຸມ ຈະແມ່ນຂໍ້ອ້າງອີງເພື່ອໃຫ້ຫວຽດນາມຮ່ວມມື ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ພ້ອມທັງຍົກອອກຫຼາຍຄຳໝັ້ນສັນຍາສຳຄັນ, ຢັ້ງຢືນຄວາມມານະພະຍາຍາມຂອງປະເທດສະມາຊິກທີ່ໄດ້ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.

ກອງປະຊຸມສາກົນກ່ຽວກັບເສດຖະກິດມະຫາສະໝຸດຍືນຍົງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ (ພາບ: VGP) ດ້ວຍຫົວເລື່ອງ “ມາດຕະການເພື່ອພື້ນຖານເສດຖະກິດທະເລຍືນຍົງ ແລະ ມີຄວາມສາມາດຮັບມື”, ກອງປະຊຸມໄດ້ປຶກສາຫາລືບັນດາກາລະໂອກາດຕົ້ນຕໍໃນການຊຸກຍູ້, ນຳໃຊ້ບັນດາແຫຼ່ງຊັບພະຍາກອນທະເລແບບຍືນຍົງ ກໍ່ຄືບັນດາສິ່ງທ້າທາຍຂອງວິກິດການໂຄວິດ 19; ການປ່ຽນແປງຂອງດິນຟ້າອາກາດ ແລະ ມົນລະພິດ, ພິເສດແມ່ນມົນລະພິດຂີ້ເຫຍື້ອປລາສະຕິກມະຫາສະໝຸດ… ບັນດາປະເທດກໍ່ໄດ້ແລກປ່ຽນບົດຮຽນ, ພຶດຕິກຳຕົວຈິງທີ່ດີ ແລະ ໝາກຜົນການຄົ້ນຄ້ວາ ເພື່ອແນໃສ່ຍູ້ແຮງການແບ່ງປັນຄວາມຮູ້ກ່ຽວກັບເສດຖະກິດທະເລແບບຍືນຍົງໄດ້ປະສົບຜົນສຳເລັດ, ລັນດາຍຸດທະສາດ ແລະ ການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຍົກສູງຄວາມສາມາດຮັບມືຂອງບັນດາປະຊາຄົມ ແລະ ປະເທດຕ່າງໆທີ່ໄດ້ຮັບຄວາມສ່ຽງ.
TAG
VOV/VOVworld/ພື້ນຖານເສດຖະກິດມະຫາສະໝຸດຍືນຍົງ/ທ່ານ ເລວັນແທັງ ຮອງນາຍົກລັດຖະມົນຕີ/ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ/ພື້ນຖານເສດຖະກິດທະເລຂຽວຍືນຍົງ/ທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວດຽດນາມ ເລມິນເງິນ
Related
More








