ຫວຽດນາມ ພ້ອມແລ້ວປະກອບສ່ວນເຂົ້າໃນບັນດາບັນຫາທົ່ວໂລກຫຼາຍກວ່າອີກ
18/11/2024 08:46
(VOVWORLD) - ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍສິ້ນສຸດການຢ້ຽມຢາມ ສ. ຈີເລ ແລະ ສ.ເປຣູ ຢ່າງເປັນທາງການ ແລະ ເຂົ້າຮ່ວມສັບປະດາສຸດຍອດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2024. ການຢ້ຽມຢາມຄັ້ງນີ້ບັນລຸຫຼາຍໝາກຜົນທີ່ພົ້ນເດັ່ນ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບການຮ່ວມມືກັບ ຈີເລ ແລະ ເປຣູ, ເປີດຫຼາຍໂອກາດຮ່ວມມືໃໝ່. ພ້ອມດຽວກັນນັ້ນ, ກໍ່ສືບຕໍ່ຢັ້ງຢືນການປະກອບສ່ວນອັນຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນກົນໄກຮ່ວມມືຫຼາຍຝ່າຍ APEC.

ການຢ້ຽມຢາມ ຈີເລ ແລະ ເປຣູ ຢ່າງເປັນທາງການຂອງທ່ານປະທານປະເທດ ໄດ້ສົ່ງສານສຳຄັນເຖິງເພື່ອນມິດສາກົນ, ພິເສດກັບບັນດາປະເທດໃນພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ ກ່ຽວກັບນະໂຍບາຍການຕ່າງປະເທດອັນສະເໝີຕົ້ນສະເໝີປາຍ, ຖືການພົວພັນມິດຕະພາບກັບບັນດາປະເທດເປັນສຳຄັນ, ໃນນັ້ນ ມີຈີເລ ແລະ ເປຣູ. ໃນຂະນະນັ້ນ, ການເຂົ້າຮ່ວມສັບປະດາສຸດຍອດ APEC ຂອງທ່ານປະທານປະເທດ ແລະ ຄະນະຜູ້ແທນ ຫວຽດນາມ ສືບຕໍ່ຢັ້ງຢືນການປະກອບສ່ວນອັນຕັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ເຂົ້າໃນການແກ້ໄຂບັນດາບັນຫາຂອງພາກພື້ນ ແລະ ທົ່ວໂລກ, ພິເສດແມ່ນໃນການຊຸກຍູ້ວິວັດທະນາການເຊື່ອມຕໍ່ເສດຖະກິດສາກົນ, ສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕຂອງພາກພື້ນ.
TAG
VOV/VOVworld/APEC/ປະທານປະເທດ ເລືອງເກື່ອງ/ປະກອບສ່ວນ/ບັນຫາທົ່ວໂລກ
Related
More








