ຫວຽດນາມ: ສະມາຊິກຕັ້ງໜ້າໃນການພົວພັນ ອາຊຽນ - ຍີ່ປຸ່ນ; ຄູ່ຮ່ວມມືສຳຄັນຂອງ ຍີ່ປຸ່ນ
15/12/2023 07:58
(VOVWORLD) - ວັນທີ 15 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເລີ່ມອອກເດີນທາງໄປນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ແລະ ດຳເນີນການເຄື່ອນໄຫວສອງຝ່າຍຢູ່ ຍີ່ປຸ່ນ. ການໄປປະຕິບັດງານ (ແຕ່ວັນທີ 15 – 18 ທັນວາ) ຄັ້ງນີ້ ບໍ່ພຽງແຕ່ຢັ້ງຢືນບົດບາດ, ປະກອບສ່ວນສຳຄັນຂອງ ຫວຽດນາມ ໃຫ້ແກ່ການພົວພັນ ອາຊຽນ - ຍີ່ປຸ່ນ ເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອຊຸກຍູ້ການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ຫາກໍ່ໄດ້ສ້າງຂຶ້ນອີກດ້ວຍ.

ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ໄປສົ່ງທ່ານາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ສະໜາມບິນສາກົນ ໂນ້ຍບ່າຍ (ພາບ: TTXVN)
TAG
VOV/VOVworld/ເອກອັກຄະລັດຖະທູດ/ນາຍົກລັດຖະມົນຕີ/ຫວຽດນາມ - ຍີ່ປຸ່ນ/ອາຊຽນ
Related








