ຫວຽດນາມ ສະຖານທີ່ລົງທຶນຍາວນານຂອງບັນດານັກລົງທຶນຕ່າງປະເທດ
29/06/2022 08:32
(VOVWORLD) - ທີ່ເວທີປາໄສການລົງທຶນດ່ານັ້ງ ປີ 2022 ທີ່ຫາກໍ່ດຳເນີນກ່ອນນີ້ 2 ວັນ, ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ມີໂຄງການນັບສິບແຫ່ງໄດ້ຮັບໃບຢັ້ງຢືນຈົດທະບຽນລົງທຶນ, ຕົກລົງແຜນນະໂຍບາຍລົງທຶນທີ່ມີມູນຄ່ານັບຮ້ອຍລ້ານ USD. ມີນັກລົງທຶນຫຼາຍທ່ານກໍ່ໃຫ້ຄຳໝັ້ນສັນຍາມາ ລົງທຶນຢູ່ຫວຽດນາມນັບສິບຕື້ USD. ສິ່ງນີ້ຍິ່ງເປັນການຢັ້ງຢືນວ່າ: ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນຕ່າງປະເທດທີ່ມີຕໍ່ຫວຽດນາມ ສືບຕໍ່ເພີ່ມຂຶ້ນ, ສ່ອງແສງຖືກຕ້ອງກັບທ່າອ່ຽງລວມຂອງການຟື້ນຟູ ແລະ ການເຕີບໂຕຂອງພື້ນຖານເສດຖະກິດ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ ເວທີປາໄສ (ພາບ: TTXVN)
TAG
VOV/VOVworld/ເສດຖະກິດ/ດ່ານັ້ງ
Related
More








