ຫວຽດນາມ ຊຸກຍູ້ການຮ່ວມມືກັບບັນດາປະເທດທີ່ມີພື້ນຖານເສດຖະກິດແຖວໜ້າ ໃນພາກພື້ນຕາເວັນອອກກາງ
28/10/2024 08:06
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ພວມຢ້ຽມຢາມ ສະຫະລັດ ອາຣັບ ເອມມີເລດ (UAE), ກາຕາ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມການລົງທຶນອະນາຄົດຄັ້ງທີ 8 ແລະ ຢ້ຽມຢາມ, ເຮັດວຽກກັບລາຊະອານາຈັກ ອາຣັບບິ ຊະອຸດິ (ແຕ່ວັນທີ 27 ຕຸລາ ຫາວັນທີ 01 ພະຈິກ). ການຢ້ຽມຢາມ ເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຍົກລະດັບການພົວພັນຂອງ ຫວຽດນາມ ກັບບັນດາປະເທດ, ເປີດກວ້າງໄລຍະການຮ່ວມມືໃໝ່ລະຫວ່າງ ຫວຽດນາມ ກັບ UAE, ອາຣັບບີ ຊະອຸດິ ແລະ ກາຕາ, ພິເສດແມ່ນສ້າງບາດກ້າວບຸກທະລຸກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ນຳສິນຄ້າ ຫວຽດນາມ ສຳຜັດກັບຕະຫຼາດເຂດອ່າວເປີເຊຍ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ພວມຢ້ຽມຢາມ ສະຫະລັດ ອາຣັບ ເອມມີເລດ (UAE) (ພາບປະກອບ: VOV) ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໄປຍັງ UAE ແລະ ກາຕາ ພາຍຫຼັງ 15 ປີ; ເປັນການຢ້ຽມຢາມກົງກັບຈຸດເວລາ ຫວຽດນາມ ແລະ ອາຣັບບິ ຊະອຸດິ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 25 ປີ (1999 – 2024). ທັງ 3 ປະເທດ ລ້ວນແຕ່ເປັນບັນດາພື້ນຖານເສດຖະກິດແຖວໜ້າ, ບັນດາປະເທດມະຫາອຳນາດດ້ານພະລັງງານຢູ່ ຕາເວັນອອກກາງ.
TAG
VOV/VOVworld/ອ່າວເປີເຊຍ/ອາຣັບບີ ຊະອຸດິ/ນາຍົກລັດຖະມົນຕີ
Related
More








