VOV WorldVOV World
ຫວຽດນາມ ຮັບປະກັນ ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອການຮ່ວມມື ແລະ ພັດທະນາ
19/09/2024 09:26
(VOVWORLD) - ວັນທີ 21 ກັນຍາ ທຸກປີ ແມ່ນວັນສັນຕິພາບ ສາກົນ. ສຳລັບຫວຽດນາມ, ການຮັບປະກັນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອການຮ່ວມມື ແລະ ພັດທະນາ ທັງແມ່ນພື້ນຖານທີ່ຈຳເປັນ ທັງແມ່ນຈຸດປາຍທາງເພື່ອການພັດທະນາແບບຍືນຍົງ, ວັດທະນາຖາວອນໃນໂລກ ກໍ່ຄືແຕ່ລະປະເທດ, ພາກພື້ນ. ບໍ່ພຽງແຕ່ຮັກສາສັນຕິພາບໃຫ້ແກ່ປະເທດຊາດເທົ່ານັ້ນ ຫວຽດນາມ ຍາມໃດກໍ່ພວມ ແລະ ໄດ້ປະກອບສ່ວນຕັ້ງຫນ້າເຂົ້າໃນພາລະກິດແຫ່ງການປົກປັກຮັກສາສັນຕິພາບຂອງ ສະຫະປະຊາຊາດ ແລະ ແມ່ນປັດໄຈສຳຄັນ ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຂອງພາກພື້ນ ແລະ ໂລກ.
ຫວຽດນາມ ຮັບປະກັນ ສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອການຮ່ວມມື ແລະ ພັດທະນາ
ພາບປະກອບ:VOV ຫວຽດນາມ ແມ່ນປະເທດ ຮັກຫອມສັນຕິພາບ, ມີມູນເຊື້ອຮັກແພງມະນຸດ, ເຄົາລົບສິ່ງທີ່ຖືກຕ້ອງ ເປັນທຳ ແລະ ມີຈິດໃຈປຶກສາຫາລື, ເຈລະຈາສັນຕິພາບ ແລະ ເປັນມິດ. ຜ່ານຜ່າຫລາຍໄລຍະດຳເນີນການຕໍ່ສູ້ຍາດເອົາເອກະລາດ ແລະ ໂຮມປະເທດຊາດເປັນເອກະພາບ, ຫວຽດນາມ ມີຄວາມເຄົາລົບພິເສດເຖິງຄຸນຄ່າຂອງສັນຕິພາບ, ພ້ອມທັງ ຍາມໃດກໍ່ຕັ້ງຫນ້າຂົນຂວາຍເພື່ອນມິດ, ປະຊາຊົນໃນທົ່ວໂລກ ຈົ່ງເຄົາລົບ, ປົກປັກຮັກສາ ແລະ ມານະພະຍາຍາມສ້າງສາໂລກສັນຕິພາບ.
TAG
VOV/VOVworld/ສັນຕິພາບ/ສັນຕິພາບ/ເຄົາລົບອະທິປະໄຕ

More