ຫວຽດນາມ - ຈີນ ຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືແທດຈິງ
12/07/2022 11:05
(VOVWORLD) - ຕາມສະຖິຕິຂອງພະແນກພາສີ ຫວຽດນາມ ແລ້ວ, ປີ 2021, ວົງເງິນການຄ້າສອງສົ້ນບັນລຸ 165,8 ຕື້ USD, ເພີ່ມຂຶ້ນ 24,6%; ໃນ 5 ເດືອນຕົ້ນປີ 2022, ບັນລຸ 64,06 ຕື້ USD, ເພີ່ມຂຶ້ນ 13,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານ ຫວາງອີ, ກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດ ຈີນ, ປະທານຄະນະກຳມະການຊີ້ນຳຮ່ວມມືສອງຝ່າຍ ຈີນ - ຫວຽດນາມ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ, ປະທານຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ ມີການຢ້ຽມຢາມ ຈີນ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 14 ຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ ຫວຽດນາມ - ຈີນ ຢູ່ນະຄອນ ໜານໜິງ, ເຂດປົກຄອງດ້ວຍຕົນເອງຊົນເຜົ່າຈ໋ວາງ ກວາງສີ, ປະເທດຈີນ ໃນລະຫວ່າງວັນທີ 12 – 13 ກໍລະກົດ. ການຢ້ຽມຢາມຄັ້ງນີ້ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ນຳການພົວພັນລະຫວ່າງ ຫວຽດນາມ - ຈີນ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ກ່ວາອີກ. ດ້ວຍຄວາມມານະພະຍາຍາມຂອງທັງສອງຝ່າຍ, ການພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ຈີນ ໃນໄລຍະຜ່ານມາສືບຕໍ່ໄດ້ຮັກສາເປັນປົກກະຕິ ແລະ ມີຄວາມຄືບໜ້າໃໝ່ຫຼາຍຢ່າງ. ກ່ຽວກັບການພົວພັນທາງດ້ານການເມືອງ, ການແລກປ່ຽນ, ພົບປະຂັ້ນສູງໄດ້ຮັບການຈັດຕັ້ງເປັນປະຈຳດ້ວຍຫຼາຍຮູບແບບທີ່ມີໄຫວພິບ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງພັກ, ສອງລັດ.
TAG
VOV/VOVworld/ກອງປະຊຸມໃຫຍ່ຄັ້ງທີ XIII/ຄູ່ຮ່ວມມືການຄ້າໃຫຍ່
Related
More








