ຫວຽດນາມ ແລະ ອາເມລິກາ ບຸລິມະສິດແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ
01/05/2019 13:05
(VOVWORLD) -ເຖິງວ່າ ສົງຄາມໄດ້ຜ່ານພົ້ນໄປແລ້ວກໍຕາມ, ແຕ່ເລື່ອງແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ ຍັງຄົງແມ່ນບັນຫາ ຊື່ງຫວຽດນາມ ແລະ ອາເມລິກາ ຍາມໃດກໍ່ເອົາໃຈໃສ່ແກ້ໄຂ. ນີ້ກໍ່ແມ່ນພື້ນຖານສຳຄັນໃນວິວັດການພັດທະນາການພົວພັນລະຫວ່າງສອງປະເທດ. ພ້ອມກັບບັນດາການເຄື່ອນໄຫວເກັບກູ້ລູກລະເບີດບໍ່ທັນແຕກ, ຊອກຫາພົນທະຫານຖືກຫາຍສາບສູນ, ຫນູນຊ່ວຍຄົນພິການ… ການເຄື່ອນໄຫວລ້າງທາດເຄມີ/ດີໂອຊີນ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນຫລາຍຢ່າງ, ປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງຫວຽດນາມ.
ດີໂອຊີນ ແມ່ນທາດຕົ້ນຕໍ່ເຮັດໃຫ້ໃບໄມ້ຫລົ່ນ ໂດຍ ອາເມລິການຳໃຊ້ໃນສົງຄາມຫວຽດນາມ ເຮັດໃຫ້ຫລາຍເຂດຢູ່ຫວຽດນາມ ຖືກຕິດທາດພິດຢ່າງຫນັກຫນ່ວງ. ນັບແຕ່ເມື່ອສອງປະເທດສ້າງການພົວພັນເປັນປົກກະຕິ ແລະ ສ້າງການພົວພັນຄູ່ຮ່ວມມືຮອບດ້ານ, ຫວຽດນາມ ແລະ ອາເມລິກາ ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຊຸກຍູ້ເລື່ອງດັດແປງ, ລ້າງທາດພິດຢູ່ບັນດາສະຖານທີ່ຖືກມົນລະພິດຢ່າງຫນັກຫນ່ວງ, ຫນູນຊ່ວຍສ້າງເນື້ອທີ່ດິນສະອາດປອດໃສໃຫ້ແກ່ປະຊາຊົນ, ຫລຸດຜ່ອນຄວາມສ່ຽງຖືກມົນລະພິດ. ການຮ່ວມມືເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມລະຫວ່າງສອງປະເທດໃນອະດີດຕະການ ໄດ້ເປີດປະຕູໃຫ້ແກ່ການພົວພັນມຸ່ງໄປເຖິງອະນາຄົດ.
TAG
VOV/VOVworld/ຫາຍສາບສູນ/ຕິດທາດພິດ
Related
More








.jpg)