ຫວຽດນາມ ຕັ້ງໜ້າເຂົ້າຮ່ວມການສ້າງສົນທິສັນຍາສປຊ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ
12/08/2024 08:23
(VOVWORLD) - ການພັດທະນາຂອງເຕັກໂນໂລຊີຂໍ້ມູນຂ່າວສານ, ໄປພ້ອມກັບຜົນປະໂຫຍດຢ່າງໃຫຍ່ຫຼວງນັ້ນ, ມັນກໍ່ເຮັດໃຫ້ເພີ່ມທະວີການເຄື່ອນໄຫວອາດຊະຍາກຳ.

ວັນທີ 08 ສິງຫາ ຜ່ານມາ, ຄະນະກຳມະການສະເພາະກິດຂອງຫະປະຊາຊາດ, ລວມມີຜູ້ຕາງໜ້າບັນດາປະເທດສະມາຊິກສະຫະປະຊາຊາດ, ໄດ້ຮັບຮອງເອົາຮ່າງສົນທິສັນຍາສະຫະປະຊາຊາດວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ. ໂດຍແມ່ນໜຶ່ງໃນບັນດາປະເທດສະໜັບສະໜູນເລື່ອງສ້າງຕັ້ງຄະນະກຳມະການສະເພາະກິດນັບແຕ່ຫົວທີ ແລະ ຕັ້ງໜ້າເຂົ້າຮ່ວມວິວັດການສ້າງສົນທິສັນຍານັບແຕ່ບັນດາວາລະປະຊຸມຄັ້ງທຳອິດ, ຫວຽດນາມ ກຳນົດວ່າ ນີ້ແມ່ນໂອກາດເພື່ອສ້າງຕັ້ງ, ເພີ່ມທະວີການຮ່ວມມືກັບກຳລັງປະຕິບັດກົດໝາຍບັນດາປະເທດ, ສະກັດກັ້ນອາດຊະຍາກຳທາງເຄືອຂ່າຍອິນເຕີເນັດຢ່າງມີປະສິດທິຜົນ. ຮ່າງສົນທິສັນຍາຈະໄດ້ຍື່ນສະເໜີຕໍ່ສະມັດຊາໃຫຍ່ສະຫະປະຊາຊາດ ເພື່ອໃຫ້ 193 ປະເທດສະມາຊິກຮັບຮອງເອົາຢ່າງເປັນທາງການໄວໆນີ້. ສົນທິສັນຍາຈະເປີດເຜີຍເພື່ອໃຫ້ບັນດາປະເທດເຂົ້າຮ່ວມການລົງນາມຮອດກ່ອນວັນທີ 31 ທັນວາ 2026. ເມື່ອສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາ, ສົນທິສັນຍາສະຫະປະຊາຊາດວ່າດ້ວຍການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ຈະກາຍເປັນເອກະສານນິຕິກຳມີລັກສະນະທົ່ວໂລກສະບັບທຳອິດ ມຸ່ງໄປເຖິງການປາບປາມການກະທຳຜິດທາງເຄືອຂ່າຍອິນເຕີເນັດ.
TAG
VOV/VOVworld/ປ້ອງກັນ/ສືບສວນ/ຟ້ອງສານ/ພິພາກສາ/ການກະທຳຜິດ/ອິນເຕີເນັດ
Related
More








