VOV WorldVOV World
ຫວຽດນາມ ມານະພະຍາຍາມໃນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 – 2025
18/07/2024 10:12
(VOVWORLD) -ກອງປະຊຸມຄັ້ງທີ 56 ຂອງສະພາສິດທິມະນຸດ ສະຫະປະຊາຊາດ ຫາກໍ່ສິ້ນສຸດຢູ່ ເຊີແນວ ປະເທດ ສະວິດ. ການເຂົ້າຮ່ວມຂອງ ຫວຽດນາມ ຢູ່ ກອງປະຊຸມຄັ້ງນີ້ ສະແດງໃຫ້ເຫັນບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຊຸກຍູ້ ແລະ ປົກປ້ອງສິດທິມະນຸດ ເວົ້າລວມ ກໍ່ຄືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເວົ້າສະເພາະ. ພ້ອມກັນນັ້ນ ກໍ່ປະກອບສ່ວນຜັນຂະຫຍາຍນະໂຍບາຍການຕ່າງປະເທດທີ່ເປັນເຈົ້າການ, ຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບສຳລັບບັນດາບັນຫາລວມຂອງປະຊາຄົມສາກົນ, ໃນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 – 2025.
ຫວຽດນາມ ມານະພະຍາຍາມໃນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 – 2025
ຫວຽດນາມ ມານະພະຍາຍາມໃນບົດບາດເປັນສະມາຊິກຂອງສະພາສິດທິມະນຸດ ອາຍຸການ 2023 – 2025 .               ພາບປະກອບ: TTXVN ກອງປະຊຸມຄັ້ງທີ 56 ຂອງສະພາສິດທິມະນຸດ ສະຫະປະຊາຊາດ ໄດ້ດຳເນີນແຕ່ວັນທີ 19 ມິຖຸນາ ຫາວັນທີ 12 ກໍລະກົດ ໄດ້ພິຈາລະນາ ແລະ ຮັບຮອງເອົາ ມະຕິ, ຂໍ້ຕົກລົງ 25 ສະບັບ, ໃນນັ້ນ ມີມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດໂດຍຫວຽດນາມ, ບັງກະລາເທດ ແລະ ຟິລິບປີນ ສະເຫນີ ແລະ ຊຸກຍູ້.
TAG
VOV/VOVworld/​ດິນ​ຟ້າ​ອາ​ກາດ/ສະ​ພາ​ສິດ​ທິ​ມະ​ນຸດ/ປ່ອຍອາຍ​ພິດ

More