ຫວຽດນາມດັດປັບໃຫ້ແທດເໝາະກັບສະພາບການ ປ່ຽນແປງຂອງດິນຟ້າອາກາດໃນການຜະລິດກະສີກຳ
23/09/2016 14:43
ໂດຍແມ່ນໜຶ່ງໃນບັນດາປະເທດທີ່ຕ້ອງຮັບຜົນກະທົບຢ່າງໃຫຍ່ຫຼວງຈາກການປ່ຽນແປງຂອງດິນຟ້າອາກາດດ້ວຍບັນດາປະກົດການອາກາດທີ່ບໍ່ດີ, ເປັນຕົ້ນແມ່ນໃນຂົງເຂດກະສີກຳ
ໂດຍແມ່ນໜຶ່ງໃນບັນດາປະເທດທີ່ຕ້ອງຮັບຜົນກະທົບຢ່າງໃຫຍ່ຫຼວງຈາກການປ່ຽນແປງຂອງດິນຟ້າອາກາດດ້ວຍບັນດາປະກົດການອາກາດທີ່ບໍ່ດີ, ເປັນຕົ້ນແມ່ນໃນຂົງເຂດກະສີກຳ. ຫຼາຍໂຄງການ, ມາດຕະການແກ້ໄຂໄດ້ຖືກຜັນຂະຫຍາຍໃນຂົງເຂດນີ້ ແນໃສ່ດັດປັບໃຫ້ແທດເໝາະກັບສະພາບການປ່ຽນແປງຂອງດິນຟ້າອາກາດ. ບັນດາວາລະປະຊຸມປຶກສາຫາລືກ່ຽວກັບມາດຕະການດັດປັບໃຫ້ແທດເໝາະກັບສະພາບການປ່ຽນແປງຂອງດິນຟ້າອາກາດ ກະສີກຳແມ່ນຈຸດສຸມຂອງພື້ນຖານເສດຖະກິດຫວຽດນາມ, ປະກອບສ່ວນກວ່າ 18% GDP. ກະສີກຳນຳໃຊ້ເຖິງເກືອບເຄິ່ງໜຶ່ງກຳລັງແຮງງານຂອງທົ່ວປະເທດດ້ວຍຮູບແບບທົ່ວໄປແມ່ນການຜະລິດແບບຄອບຄົວທີ່ມີຂອບຂະໜາດນ້ອຍ. ຜົນກະທົບຈາກ ການປ່ຽນແປງຂອງດິນຟ້າອາກາດແມ່ນແຕກຕ່າງກັນລະຫວ່າງບັນດາເຂດດິນຟ້າອາກາດຂອງຫວຽດນາມ ແຕ່ກໍລ້ວນແຕ່ກໍ່ຜົນເສຍຫາຍຢ່າງໜັກໜ່ວງຕໍ່ການຜະລິດກະສີກຳ, ປ່າໄມ້ ແລະ ການປະມົງ. ໃນສະພາວະດັ່ງກ່າວ, ການຊອກຫາວິທີດັດປັບໃຫ້ແທດເໝາະກັບສະພາບການປ່ຽນແປງຂອງດິນຟ້າອາກາດ ກໍແມ່ນຈຸດສຸມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ໃນຂົງເຂດກະສີກຳ, ການດັດປັບໃຫ້ແທດເໝາະກັບສະພາບການປ່ຽນແປງຂອງດິນຟ້າອາກາດ ແມ່ນໄດ້ຮັບຄວາມເປັນເຈົ້າການຜັນຂະຫຍາຍຢູ່ຫຼາຍຂັ້ນ, ຫຼາຍຂົງເຂດ.
TAG
vovworld/ດິນຟ້າອາກາດ
Related
More








