VOV WorldVOV World
ຫວຽດນາມເພີ່ມທະວີການຮ່ວມມືສາກົນ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
18/06/2014 11:44
ຫວຽດນາມ​​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ຍ້ອນ​ບັນຫາ​ປ່ຽນ​ແປງ​ຂອງ​ດິນຟ້າ​ ອາກາດ. ຍຸດທະສາດແຫ່ງຊາດກ່ຽວກັບການຮັບມືກັບການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ ພວມມານະ ພະຍາຍາມຮຽກຮ້ອງ ການໜູນຊ່ວຍໄລຍະຍາວ .
ຫວຽດນາມເພີ່ມທະວີການຮ່ວມມືສາກົນ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
    ຫວຽດນາມ​​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ຍ້ອນ​ບັນຫາ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ. ຍຸດທະສາດແຫ່ງຊາດກ່ຽວກັບ ຮັບມືກັບການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ ພວມ ມານະພະຍາຍາມຮຽກຮ້ອງ ການໜູນຊ່ວຍໄລຍະຍາວ ແລະ ແຂງແຮງຂອງບັນດານັກ ອຸປະຖຳສາກົນ ໃຫ້ແກ່ວຽກ​ງານ​ຄຸ້ມ​ຄອງ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ ​ແລະ ການ​ຮັບ​ມື​ກັບ​ການ ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ກ່າວຄຳເຫັນທີ່ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ສົມທົບ​ກັນ​ໜູນ​ຊ່ວຍ​ພັດທະນາ​ສັງ​ລວມ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ     ​ໃນ​ຊຸມ​ປີ​ມໍ່​ມາ​ນີ້, ການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດຍາມ​ໃດ​ກໍ​ແມ່ນ​ບັນຫາ​ຮ້​ອນ​ເຮັ່ງ​ບໍ່​ພຽງ​ແຕ່​ຢູ່​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ​ອີກ​ດ້ວຍ. ບັນດາ​ຄວາມ​ເສຍ​ຫາຍ​ກ່ຽວ​ກັບ​ຊີວິດ​ອີນຊີ ​ແລະ ຊັບ​ສິນ​ຍ້ອນ​ການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດກໍ່​ຂຶ້ນນັ້ນ ​ໄດ້​ເຮັດ​ໃຫ້​ລັດຖະບານ​ປະ​ເທດ​ຕ່າງໆ​ຕ້ອງ​ມີ​ບັນດາ​ນະ​ໂຍບາຍ​ນຳ​ໜ້າ​ໃນ​ບັນຫາ​ນີ້.  ຢູ່​ຫວຽດນາມ, ລັດຖະບານ​ໄດ້​ອະນຸມັດ​ຜ່ານ​ໂຄງການ​ຈຸດ​ໝາ​ຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການຮັບມືກັບການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ, ສ້າງ​ແຜນ​ຮັບ​ມື​ຕໍ່​ການ ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ​ໃຫ້​ບັນດາ​ເຂດ​ຂອງ​ຫວຽດນາມ​ເຖິງ​ປີ 2050 ​ແລະ ສ້າງ​ແຜນການ​ດຳ​ເນີນ​ງານ​ແຫ່ງ​ຊາດ. ບັນດາ​ນະ​ໂຍບາຍຮັບມືກັບການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດຂອງ​ຫວຽດນາມ ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຢ່່າງ​ແຂງ​ແຮງ​ຂອງ​ບັນດາ​ນັກ​ອຸປະຖຳ ​ແລະ ບັນດາ​ປະ​ເທດ​ທີ່​ມີ​ທ່າ​ແຮງ​ໃນ​ຂົງ​ເຂດ​ນີ້.
TAG
vov/vovworld/ປ່ຽນແປງດິນຟ້າອາກາດ

More