ຫວຽດນາມເພີ່ມທະວີທີ່ຕັ້ງບົດບາດ, ມານະພະຍາຍາມ ປະກອບສ່ວນເຂົ້າໃນບັນດາບັນຫາລວມຂອງທົ່ວໂລກ
30/05/2016 11:25
ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສິ້ນສຸດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ຢ້ຽມຢາມຍີປຸ່ນແຕ່ວັນທີ 26-28/5

ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສິ້ນສຸດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ຢ້ຽມຢາມຍີປຸ່ນແຕ່ວັນທີ 26-28/5 ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe . ບັນດາໝາກຜົນທີ່ພົ້ນເດັ່ນຂອງການຢ້ຽມຢາມຍີປຸ່ນ ແລະເຂົ້າຮ່ວມ ກອງປະຊຸມສຸດຍອດ G7 ສືບຕໍ່ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຍາມໃດກໍມານະພະຍາຍາມປັບປຸງ, ພັດທະນາການພົວພັນກັບທຸກໆປະເທດໃນໂລກ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມໂລກ. ຕໍ່ໄປນີ້, ນັກຂ່າວແອງຮວ່ຽນມີບົດທີ່ພາດຫົວຂໍ້ວ່າ : “ຫວຽດນາມເພີ່ມທະວີທີ່ຕັ້ງບົດບາດ, ມານະພະຍາຍາມປະກອບສ່ວນເຂົ້າໃນບັນດາບັນຫາລວມຂອງທົ່ວໂລກ” ເຊີນທ່ານຕິດຕາມຮັບຟັງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີຍີປຸ່ນ Shinzo Abe ນີ້ເປັນຄັ້ງທຳອິດໃນຖານະຕຳແໜ່ງໃໝ່, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມເຂົ້າຮ່ວມ ກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ຢ້ຽມຢາມຍີປຸ່ນຢ່າງເປັນທາງການ. ນີ້ກໍເປັນຄັ້ງທຳອິດພາຍຫຼັງ 42 ປີ, ຫວຽດນາມໄດ້ຮັບການເຊື້ອເຊີນເຂົ້າຮ່ວມ ກອງປະຊຸມສຸດຍອດ G7ເປີດກ້ວາງ. ສິ່ງນີ້ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນຂອງບັນດາສະມາຊິກກຸ່ມ G7, ພິເສດແມ່ນຍີປຸ່ນສຳລັບຫວຽດນາມ ແລະ ມີຄວາມຫວັງໃຫ້ຫວຽດນາມສະແດງບົດບາດທີ່ສູງກວ່າເກົ່າໃນບັນດາບັນຫາພາກພື້ນ ແລະ ສາກົນ.
TAG
vovworld/ສາກົນ/ພາກພື້ນ
Related
More








