ຫວຽດນາມເປັນເຈົ້າການປັບຕົວໃຫ້ແທດເໝາະ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ
22/04/2016 12:23
ວັນທີ 22/4, ຕາມເວລາທ້ອງຖິ່ນ, ຫວຽດນາມພ້ອມກັບກວ່າ 100 ປະເທດໄດ້ເຂົ້າຮ່ວມພິທີເຊັນຂໍ້ຕົກລົງປາຣີ ກ່ຽວກັບດິນຟ້າອາກາດ ຢທີ່ຈັດຂຶ້ນຢູ່ນິວຢອກ

ວັນທີ 22/4, ຕາມເວລາທ້ອງຖິ່ນ, ຫວຽດນາມພ້ອມກັບກວ່າ 100 ປະເທດໄດ້ເຂົ້າຮ່ວມພິທີເຊັນຂໍ້ຕົກລົງປາຣີ ກ່ຽວກັບດິນຟ້າອາກາດ ຢທີ່ຈັດຂຶ້ນຢູ່ນິວຢອກ, ພາຍຫຼັງທີ່ໄດ້ຮັບການເຫັນດີເປັນເອກະສັນຮັບຮອງເອົາຈາກ 195 ປະເທດເປັນເວລາ 4 ເດືອນ. ໃນຂະນະນັ້ນ, ຢູ່ຫວຽດນາມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດກໍແມ່ນໜຶ່ງໃນບັນດາໜ້າທີ່ໂດຍທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຊີ້ນຳຜັນຂະຫຍາຍໂດຍກົງພາຍຫຼັງທີ່ທ່ານດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ. ສິ່ງນີ້ໄດ້ສະແດງໃຫ້ເຫັນຄວາມສຳຄັນກໍຄືລັກສະນະຮີບດ່ວນຂອງວຽກງານຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ມີຕໍ່ການພັດທະນາຂອງຫວຽດນາມ. ສະພາບແຫ້ງແລ້ງຢູ່ຕາຮມທົ່ງນາຫວຽດນາມ ບົດລາຍງານຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມໃຫ້ຮູ້ວ່າ ປີ 2015, ການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມຜັນແປໄປຢ່າງສັບສົນ. ຫຼາຍທ້ອງຖິ່ນມີອຸ່ນຫະພູມລື່ນກາຍລະດັບ 40 ອົງສາ C . ຜົນສະທ້ອນຈາກ ການປ່ຽນແປງຂອງດິນຟ້າອາກາດໄດ້ສົ່ງຜົນກະທົບອັນຫຍໍ້ທໍ້ເຖິງສະພາບການພັດທະນາເສດຖະກິດ-ສັງຄົມຫວຽດນາມ. ປີ 2015, ຄາດວ່າ ໄພທຳມະຊາດໄດ້ເຮັດໃຫ້ມີຜູ້ເສຍຊີວິດ 154 ຄົນ, ຄວາມເສຍຫາຍທາງດ້ານວັດຖຸຄາດວ່າຈະຂຶ້ນຮອດ 8ພັນຕື້ກ່ວາດົງ. ພິເສດໃນຊຸມເດືອນຕົ້ນປີ 2016, ປະກົດການ ແອນນີໂນ ທີ່ຮ້າຍແຮງ ແລະ ແກ່ຍາວກວ່າໝູ່ໃນປະຫວັດສາດ ໄດ້ກໍ່ໃຫ້ເກີດສະພາບໄພແຫ້ງແລ້ງ ແລະ ນ້ຳທະເລແຊກຊຶມຢ່າງຮ້າຍແຮງຢູ່ເຂດຕອນໃຕ້ພາກກາງ, ເຂດໄຕງວຽນ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ
TAG
vovworld/ດິນຟ້າອາກາດ
Related
More








