VOV WorldVOV World
ຫວຽດນາມຫວັງສືບຕໍ່ປະກອບສ່ວນສວມບົດບາດ ແລະ ສຽງເວົ້າທີ່ໃຫຍ່ກວ່າຢູ່ສະຫະປະຊາຊາດ
03/10/2016 12:48
ໂດຍ​ຖັດ​ຈາກ​ອາ​ຍຸ​ການ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ 2014 – 2016, ຫວຽດ​ນາມ​ພວມ​ສືບ​ຕໍ່​ສົ່ງ​ຜູ້​ຕາງ​ໜ້າ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ໜຶ່ງ​ໃນ​ບັນ​ດາ 7 ຕຳ​ແໜ່ງ​ເປັນ​ສະ​ມາ​ຊິກ​ຂອງ​ກຳ​ມາ​ທິ​ການ​ກົດ​ໝາຍ​ສາ​ກົນ
ຫວຽດນາມຫວັງສືບຕໍ່ປະກອບສ່ວນສວມບົດບາດ ແລະ ສຽງເວົ້າທີ່ໃຫຍ່ກວ່າຢູ່ສະຫະປະຊາຊາດ
ໂດຍ​ຖັດ​ຈາກ​ອາ​ຍຸ​ການ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ 2014 – 2016, ຫວຽດ​ນາມ​ພວມ​ສືບ​ຕໍ່​ສົ່ງ​ຜູ້​ຕາງ​ໜ້າ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ໜຶ່ງ​ໃນ​ບັນ​ດາ 7 ຕຳ​ແໜ່ງ​ເປັນ​ສະ​ມາ​ຊິກ​ຂອງ​ກຳ​ມາ​ທິ​ການ​ກົດ​ໝາຍ​ສາ​ກົນ​ອາ​ຍຸ​ການ 2017 – 2021 ໃຫ້​ແກ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ. ສິ່ງນີ້​ໄດ້​ຢັ້ງ​ຢືນ​ອີກ​ຄັ້ງ​ໜຶ່ງວ່າ ຫວຽດ​ນາມ​ຫວັງ​ສືບ​ຕໍ່​ປະ​ກອບ​ສ່ວນ​ສວມ​ບົດ​ບາດ ແລະ ສຽງ​ເວົ້າ​ທີ່​ໃຫຍ່ກວ່າ​ໃນ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ທີ່​ສຳ​ຄັນ​ນີ້.   ວາ​ລະ​ປະ​ຊຸມ​ຄັ້ງ​ໜຶ່ງ​ຂອງ​ມະ​ມັດ​ຊາ​ໃຫຍ່ ສ.ປ.ຊ        ຜູ້​ຕາງ​ໜ້າ​ຂອງ​ຫວຽດ​ນາມທີ່​ເຂົ້າ​ຮ່ວມ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຄັ້ງ​ນີ້ ແມ່ນ​ຮອງ​ສາດ​ສະ​ດາ​ຈານ, ປ.ອ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ​ປະ​ຈຳ​ຄູ​ເວດ ຫງວຽນ​ຮົ່ງ​ທາວ. ທ່ານ​ແມ່ນ​ຜູ້​ຊ່ຽວ​ຊານ​ດ້ານ​ກົດ​ໝາຍ​ສ​າ​ກົນ, ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ຊາຍ​ແດນ​ແຫ່ງ​ຊາດ, ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ບັນ​ດາ​ສັນ​ຍາ​ຊາຍ​ແດນກັບ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ຫວຽດ​ນາມ, ທີ່​ປຶກ​ສາ​ດ້ານ​ກົດ​ໝາຍ​ໃຫ້​ແກ່​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດ​ນາມປີ 2012. ທ່ານ​ໄດ້​ມີ​ປະ​ສົບ​ການ​ເຄື່ອນ​ໄຫວໃນ​ຂະ​ແໜງ​ການ​ທູດ​ເປັນ​ເວ​ລາ 40 ປີ.    
TAG
vovworld/ສະ​ຫະ​ປະ​ຊາ​ຊາດ

More