ຫວຽດນາມມານະພະຍາຍາມຕໍ່ສູ້ຕ້ານສະພາບການຄ້າມະນຸດ
30/09/2016 12:05
ການຄ້າມະນຸດແມ່ນໂທດກຳທີ່ຮ້າຍແຮງ ແລະ ລະເມີດສິດທິມະນຸດຫວຽດນາມ ຊຶ່ງໄດ້ ແລະ ພວມພ້ອມກັບປະຊາຄົມໂລກຊຸກຍູ້ການຕໍ່ສູ້ເພື່ອປ້ອງກັນ ແລະ ຕ້ານສະພາບການຄ້າມະນຸດ

ການຄ້າມະນຸດແມ່ນໂທດກຳທີ່ຮ້າຍແຮງ ແລະ ລະເມີດສິດທິມະນຸດຫວຽດນາມ ຊຶ່ງໄດ້ ແລະ ພວມພ້ອມກັບປະຊາຄົມໂລກຊຸກຍູ້ການຕໍ່ສູ້ເພື່ອປ້ອງກັນ ແລະ ຕ້ານສະພາບການຄ້າມະນຸດ, ແນໃສ່ຍົກສູງ ສິດທິມະນຸດເວົ້າລວມ . ແມ່ຍິງ ແລະ ເດັກຍິງຢູ່ເຂດຫ່າງໄກສອກຫຼີກ ອາດຈະຕົກເປັນເຍື່ອຂອງການຄ້າມະນຸດ ໃນຂອບເຂດກອງປະຊຸມຄັ້ງທີ 33 ສະພາ ສິດທິມະນຸດແຫ່ງສະຫະປະຊາຊາດຊຶ່ງພວມດຳເນີນຢູ່ເຊີແນວປະເທດສະວິດ, ຫວຽດນາມໄດ້ສົມທົບກັບ 7 ປະເທດທີ່ມາຈາກ 4 ທະວີບຊຶ່ງລວມມີ ຟີລິບປີນ, ອິນໂດເນເຊຍ, ຈີນ, ອາເມລິກາ, ກົດສຕາ ຣີກາ, ອົດສະຕາລີ, ເຢຍລະມັນ ແລະ ອົງການອົບພະຍົບສາກົນ ຈັດຕັ້ງການໂອ້ລົມສົນທະນາສາກົນວ່າດ້ວຍຫົວຂໍ້ : “ ສຶກສາອົບຮົມແມ່ຍິງ ແລະ ເດັກຍິງແນໃສ່ປ້ອງກັນ ແລະ ຕ້ານສະພາບການຄ້າມະນຸດ ”. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ແທດຈິງຂອງຫວຽດນາມແນໃສ່ຕອບສະໜອງການສະຫຼຸບ 10 ປີແຫ່ງການປະຕິບັດມະຕິຂອງສະຫະປະຊາຊາດກ່ຽວກັບການສຶກສາອົບຮົມສິດທິມະນຸດ.
TAG
vovworld/ການຄ້າມະນຸດ
Related
More








