VOV WorldVOV World
ຫວຽດນາມມານະພະຍາຍາມປະກອບສ່ວນສ້າງປະຊາຄົມຄວາມໝັ້ນຄົງ- ການເມືອງ ອາຊຽນ
15/06/2015 11:04
(vovworld)-ອາ​ຊຽນ ພວມ​ມຸ່ງ​ໄປ​ເຖິງ​ຂີດ​ໝາຍ​ໃຫມ່, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ຍິ່ງ, ດ້ວຍ​ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ
ຫວຽດນາມມານະພະຍາຍາມປະກອບສ່ວນສ້າງປະຊາຄົມຄວາມໝັ້ນຄົງ- ການເມືອງ ອາຊຽນ
(vovworld)- ອາ​ຊຽນ ພວມ​ມຸ່ງ​ໄປ​ເຖິງ​ຂີດ​ໝາຍ​ໃຫມ່, ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ​ຍິ່ງ, ດ້ວຍ​ເລື່ອງ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 31/12/2015 ຈະ​ມາ​ເຖິງ. ປະ​ຊາ​ຄົມ ການ​ເມືອງ ຄວາມ​ໝັ້​ນ​ຄົງ ອາ​ຊຽນ ແມ່ນ ເສົາ​ຄ້ຳ​ມີ​ບົດ​ບາດ​ສຳ​ຄັນ, ພິ​ເສດ ໃນ​ສະ​ພາບ​ການ​ຄວາມ​ໝັ້ນ​ຄົງ ການ​ເມືອງ ຢູ່ ພາກ​ພື້ນ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ, ເປັນ​ຕົ້ນ​ ແມ່ນຄວາມ​ເຄັ່ງ​ຕຶງຢູ່​ທະ​ເລ​ຕາ​ເວັນ​ອອກ. ອ​າ​ຊຽນ ພວມ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ ຍົກ​ສູງ​ບົດ​ບາດ​ໃຈ​ກາງ​ກໍ​ຄື​ທີ່​ຕັ້ງ​ຂອ​ງ ອາ​ຊຽນ ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ ແລະ ສາ​ກົນ. ໂດຍ​ແມ່ນ​ສະ​ມາ​ຊິກ​ຕັ້ງ​ຫ​ນ້າ​ຂອງ ອາ​ຊຽນ, ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ໃຫ້​ແກ່​ວິ​ວັດ​ການນີ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີນ​ຢູງ​ພ້ອມ​ກັບ​ບັນ​ດາ​ການ​ນຳ ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ທີ່ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນຄັ້ງ​ທີ 26 ພາບ:congluan.vn
TAG
vovworld/ດ້ານການ​ເມືອງ

More