ຫວຽດນາມປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຮ່ວມມືASEM
20/04/2016 07:10
ເວທີປາໄສການຮ່ວມມື ອາຊີ - ເອີລົບ (ASEM) ໄດ້ຮັບການສ້າງຕັ້ງເມື່ອເດືອນ 3/1996. ພາຍຫລັງ 20 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ASEM ຢັ້ງຢືນທີ່ຕັ້ງບົດບາດແມ່ນເວທີປາໄສການເຈລະຈາ ແລະ ການຮ່ວມມືສຳຄັນ

(vovworld)- ວັນທີ 20/4, ກອງປະຊຸມ “ເພີ່ມທະວີການພົວພັນຄູ່ຮ່ວມມື ອາຊີ - ເອີລົບ ຮອບດ້ານໃນສັດຕະວັດທີ 21” ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງໄດ້ດຳເນີນໄປຢູ່ ຮ່າໂນ້ຍ. ນີ້ແມ່ນຫນຶ່ງໃນບັນດາຄວາມມານະພະຍາຍາມຂອງຫວຽດນາມ ເພື່ອປະກອບສ່ວນຍົກລະດັບການຮ່ວມມືຂອງ ເວທີປາໄສການຮ່ວມມື ອາຊີ - ເອີລົບ (ASEM) ແລະ ຍົກສູງປະສິດທິຜົນການປະກອບສ່ວນຂອງຫວຽດນາມ ໃນ ASEM, ໃນສະພາບບັນດາສະມາຊິກ ອາຊີ - ເອີລົບ ພວມມຸ່ງໄປເຖິງກອງປະຊຸມຂັ້ນສູງສະເຫລີມສະຫລອງ 20 ປີ ແຫ່ງວັນສ້າງຕັ້ງເວທີປາໄສ.
TAG
vov/vovworld/ກ້າວເຂົ້າ/ພັດທະນາໃຫມ່
Related
More








