VOV WorldVOV World
ຫວຽດນາມສົ່ງສານທີ່ຈະແຈ້ງກ່ຽວກັບສັນຕິພາບຢູ່ທີ່ Shangri-La 2016
06/06/2016 10:48
ການ​ສົນ​ທະ​ນາ Shangri-La ຄັ້ງ​ທີ 5 ຫາ​ກໍ​ສິ້ນ​ສຸດ​ລົງ​ຢູ່​ສິງ​ກະ​ໂປ​ພາຍ​ຂ​ດຳ​ເນີນ​ມາ​ເປັນ​ເວ​ລາ 3 ວັນ. ໂດຍ​ຖືກ​ຈັດ​ຂຶ້ນ​ໃນ​ສະ​ພາບ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ
ຫວຽດນາມສົ່ງສານທີ່ຈະແຈ້ງກ່ຽວກັບສັນຕິພາບຢູ່ທີ່ Shangri-La 2016
ການ​ສົນ​ທະ​ນາ Shangri-La ຄັ້ງ​ທີ 5 ຫາ​ກໍ​ສິ້ນ​ສຸດ​ລົງ​ຢູ່​ສິງ​ກະ​ໂປ​ພາຍ​ຂ​ດຳ​ເນີນ​ມາ​ເປັນ​ເວ​ລາ 3 ວັນ. ໂດຍ​ຖືກ​ຈັດ​ຂຶ້ນ​ໃນ​ສະ​ພາບ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ການຫຼຸດ​ຜ່ອນ​ຄວາມ​ເຊື່ອ​ໝັ້ນ​ຍຸດ​ທະ​ສາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ທີ່ ການ​ສົນ​ທະ​ນາ, ຫວຽດ​ນາມ​ໄດ້​ປະ​ກອບ​ຄຳ​ຄິດ​ເຫັນຫຼາຍ​ຂໍ້, ສົ່ງ​ສານ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ສັນ​ຕິ​ພາບ, ຜົນ​ປະ​ໂຫຍດ​ແຫ່ງ​ຊາດ ແລະ ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ສ້າງ​ພື້ນ​ຖານ​ສັນ​ຕິ​ພາບ​ລວມ.   ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຈີ້ວິ້ງ ກ່າວ​​ຄຳ​ເຫັນ​ທີີ່ການ​ສົນ​ທະ​ນາ Shangri-La 2016    (ພາບ:qdnd)       Shangri-La ແມ່ນ​ເວ​ທີ​ປາ​ໄສ​ຄວາມ​ໝັ້ນ​ຄົງ​ທີ່​ສຳ​ຄັນ​ແຖ​ວ​ໜ້າ​ຂອງ​ພາກ​ພື້ນ. ເຫດ​ການນີ້​ຍາມ​ໃດ​ກໍ​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ, ເຈົ້າ​ໜ້າ​ທີ່​ກໍ​ຄື​ວົງ​ການ​ນັກ​ຮຽນ​ຮູ້​ໃນ​ໂລກ. ການ​ສົນ​ທະ​ນາ Shangri-La 2016 ມີ​ການ​ເຂົ້າ​ຮ່ວມ​ຂອງຜູ້​ຊ່ຽນ​ຊານ ແລະ ນັກ​ຮຽນ​ຮູ້ເປັນ​ຈຳ​ນວນຫຼາຍກວ່າ​ໝູ່​ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ. ໂດຍ​ຜ່ານ​ໄລ​ຍະ​ທາງ 15 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ຂະ​ຫຍາຍ​ຕົວ​ຂອງ​ຕົນ, ການ​ສົນ​ທະ​ນາ Shangri-La ມີ​ທີ່​ຕັ້ງ​ບົດ​ບາດ​ສະ​ເພາະ​ຂອງ​ຕົນ ຊຶ່ງບໍ່​ວ່າ​ໃນ​ເວ​ທີ​ປາ​ໄສ​ຄັ້ງ​ໃດ​ອາດ​ຈະ​ປະ​ຕິ​ເສດ​ຫຼື​ສົມ​ທຽບໄດ້. ນີ້​ແມ່ນ​ແຫ່ງ​ເພື່ອ​ໃຫ້​ບັນ​ດາ​ນັກ​ການ​ເມືອງ, ເຈົ້າ​ໜ້າ​ທີ່​ການ​ທູດ, ການ​ປ້ອງ​ກັນ​ຊາດ​ໄດ້​ແບ່ງ​ປັນ​ທັດ​ສະ​ນະ​ຂອງ​ຕົນ​ກໍ​ຄ​ື​ຕີ​ລາ​ຄາ​ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບສະ​ພາບ​ຄວາມ​ໝັ້ນ​ຄົງ​ໃນພາກ​ພື້ນ, ຈາກນັ້ນ​ຈະ​ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ເປັນ​ຮູບ​ປະ​ທຳ. ໂດຍ​ແມ່ນ​ປະ​ເທດ​ທີ່​ມີ​ສິດ ແລະ ຜົນ​ປະ​ໂຫຍດ​ໂດຍ​ກົງ​ຕໍ່​ບັນ​ດາ​ການ​ຜັນ​ແປ​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ໄລ​ຍະ​ມໍ່ໆ​ມານີ້, ຫວຽດ​ນາມ​ເມື່ອ​ເຂົ້າ​ຮ່ວມ​ເວ​ທີ່​ປາ​ໄສ​ໄດ້​ຕັ້ງ​ໜ້າ​ສະ​ແດງ​ທັດ​ສະ​ນະ ແລະ ມີສຽ​ງ​ເວົ້າຂອງ​ຕົນ​ເພື່ອ​ແນ​ໃສ່​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລ​ະ ໃນ​ໂລກ.    
TAG
vovworld/ທະ​ເລ​ຕາ​ເວັນ​ອອກ

More