VOV WorldVOV World
ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ກຳ​ລັງ ສ​ປ​ຊ ຢູ່ ລີ​ບັງ: ການ​ກະ​ທຳ​ເພີ່ມ​ຄວາມ​ອັນ​ຕະ​ລາຍ
15/10/2024 09:36
(VOVWORLD) - ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ກຳລັງ ເຮັກໂບລາ ຢູ່ ລີບັງ ພວມເພີ່ມຄວາມອັນຕະລາຍໃໝ່, ຂະນະທີ່ ໃນຊຸມວັນຜ່ານມາ ກອງທັບ ອິດສະຣາແອັນ ຖືກກ່າວຫາວ່າ ໄດ້ປະຕິບັດບັ້ນບຸກໂຈມຕີຈຳນວນໜຶ່ງເພື່ອແນໃສ່ກຳລັງຮັກສາສັນຕິພາບຂອງ ສະຫະປະຊາຊາດຢູ່ ລີບັງ.
ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ກຳ​ລັງ ສ​ປ​ຊ ຢູ່ ລີ​ບັງ: ການ​ກະ​ທຳ​ເພີ່ມ​ຄວາມ​ອັນ​ຕະ​ລາຍ
ຄວາມເຄັ່ງຕຶງລະຫວ່າງ ອິດສະຣາແອັນ ແລະ ສປຊ ໄດ້ເພີ່ມຂຶ້ນ ເມື່ອວັນທີ 11 ຕຸລາ, ກຳລັງຮັກສາສັນຕິພາບຂອງ ສປຊ ຢູ່ ລີບັງ (UNIFIL) ເຜີຍໃຫ້ຮູ້ວ່າ ກອງທັບ ອິດສະຣາແອັນ ໄດ້ປະຕິບັດບັ້ນບຸກໂຈມຕີຈຳນວນໜຶ່ງເລັ່ງໃສ່ຮາກຖານຂອງກຳລັງດັ່ງກ່າວຢູ່ພາກໃຕ້ ລີບັງ, ມ້າງທຳລາຍບາງປ້ອມຍາມ, ຫຼາຍເຄື່ອງຕິດຕໍ່, ລະບົບໄຟເຍືອງທາງ ແລະ ເຮັດໃຫ້ພະນັກງານຈຳນວນໜຶ່ງຂອງ UNIFIL ຖືກບາດເຈັບ.
TAG
VOV/VOVworld/ອິດ​ສະ​ຣາ​ແອັນ/ບຸກ​ໂຈມ​ຕີ​/ເຮັກ​ໂບ​ລາ/UNIFIL

More